ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະພາບການປະກາດໃຊ້ແບບຟອມລະດັບພາສີຊັບພະຍາກອນ

ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະພາບການປະກາດໃຊ້ແບບຟອມລະດັບພາສີຊັບພະຍາກອນ - ảnh 1
ວາລະ​ປະຊຸມ​ເທື່ອ​ທີ 43ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບປະກອບ)

(vovworld) ​ ​ ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ວາລະ​ປະຊຸມ​ເທື່ອ​ທີ 43, ວັນ​ທີ 10/12, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ມະຕິ​​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ແບບ​ຟອມລະດັບ​ພາສີ​ຊັບພະຍາກອນ. ຄຳ​ເຫັນສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສ່ວນ​ຫລາຍ​ເຫັນ​ດີ​ເຫັນ​ພ້ອມ​ກັບຄວາມຈຳ​ເປັນ​ປະກາດ​ໃຊ້​ມະຕິ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ປະກາດ​ໃຊ້​ແບບ​ຟອມລະ​ດັບ​ພາສີ​ຊັບພະຍາກອນ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ດັດ​ປັບ​ລະດັບ​ພາສີ​ຊັບພະຍາກອນ​ສຳລັບ​ກຸ່ມ​ຊັບ​ພະຍາກ​ອນ​ໂລຫະ; ກຸ່ມວັດ​ສະ​ດຸ​ກໍ່ສ້າງ ​ແລະ ກຸ່ມ​ນ້ຳ​ທຳ​ມະ​ຊາດ​ຕາມ​ໃບ​ສະ​ເໜີ​ຂອງ​ລັດຖະບານ.

        ​ແລະ​ກໍ​ໃນ​ວາລະ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​​ໃສ່ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ກົນ​ໄກ​ຄຸ້ມ​ຄອງ​ການ​ເງິນ ​ແລະ ພະນັກງານບັນຈຸສຳລັບ​ອົງການ​ສ່ວຍ​ສາ​ອາກອນ, ອົງການ​ພາສີ​ໄລຍະ 2016 – 2020; ​ໃຫ້​ຄຳ​ເຫ​ັນ​ໃສ່​ລັດຖະບັນຍັດ​ຄຸ້ມ​ຄອງ​ຕະຫລາດ; ຄ່າ​ໃຊ້​ຈ່າຍ​ການ​ຄຸ້ມ​ຄອງ​ຂອງ​ປະກັນ​ ​ສັງ​ຄົມ ຫວຽດນາມ ​ແລະ ​​ໂອນປະມານ​ແຫ່ງ​ລັດເຂົ້າ​ກອງ​ທຶນ​ປະກັນ​ສັງຄົມ​ຢ່າງ​ບັງຄັບ.

       

ຂ່າວ/ບົດ​ອື່ນ