ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍ - ảnh 1
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
(ພາບ: TTXVN)


(vovworld) - ​ ​​ ​ ຄວາມ​ຈຳ​ເປັນ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ໜູນການ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ໃຫ້​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມປຶກສາ​ຫາລື​ໃນ​ຕອນ​ເຊົ້າ​ວັນ​ທີ 06/10. ຄະນະ​ຮຽບຮຽງ​ໃຫ້​ຮູ້​ວ່າ: ກົດໝາຍ​​ໄດ້​ຮັບ​ການ​ຮຽບຮຽງ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ ​ໃຫ້ເໝາະ​ສົມ​ກັບ​ຫຼັກການ​ຕະຫລາດ, ບໍ່​ຈຳ​ແນ​ກການ​ປະພຶດ, ຮັບປະກັນ​ບໍ່ລະ​ເມີດ​ບັນດາສົນທິສັນຍາ​ສາກົນ ຊຶ່ງ ຫວຽດນາມ ​ເປັນ​ສະມາຊິກ. ກ່າວ​ຄຳ​ເຫັນ​ສະຫຼຸບ​ເນື້ອ​ໃນ​ກອງ​ປະຊຸ​ມປຶກສາ​ຫາລື, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟຸງກວກ​ຫຽນ ຢືນຢັນ​ວ່າ: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະໜັບສະໜູນ​ທັດສະນະ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ພັດທະນາ, ຜ່ານ​ນັ້ນ ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທ​ດຊາດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟຸງກວກ​ຫຽນ ຊີ້​ແຈ້ງວ່າ​: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ເປັນ​ເອກະ​ພາບ​ຄວນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ​ໂດຍ​ຜ່ານ​ການ​ປ​ັບປຸງ​ ​ກົດໝາຍ, ພ້ອມ​ທັງ ສະ​ເໜີ​ຄະນະ​ຮຽບຮຽງ​ສ້າງ​ຮ່າງ​ກົ​ດໝາຍ​​ໃຫ້​ສົມບູນ​ແບບຖືກ​ຕາມ​ເອກະສານ​ນິຕິ​ກຳ, ມີ​ການ​ກຳນົດ​ລະອຽດ ​ແລະ ຮັບປະກັນ​ຫຼັກ​ການ​ຕະຫລາດ.

 

ຂ່າວ/ບົດ​ອື່ນ