ຄະນະປະຕິບັດງານຄະນະຄະນະສາສະໜາຂອງລັດຖະບານເຮັດວຽກຢູ່ອີຢິບ

ຄະນະປະຕິບັດງານຄະນະຄະນະສາສະໜາຂອງລັດຖະບານເຮັດວຽກຢູ່ອີຢິບ - ảnh 1
ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: Nguyễn Trường/TTXVN)

(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ອີ​ຢິບ ​ແຕ່​ວັນ​ທີ 26 – 30/4 ​ເພື່ອ​ແນ​ໃສ່​ຊອກ​ຮູ້​ກ່ຽວ​ກັບ​ວຽກ​ງາ​ນຄຸ້ມ​ຄອງ​ສາສະໜາ ກໍ່​ຄື​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາສະໜາ, ວັນ​ທີ 26/4, ຄະນະ​ປະຕິບັດ​ງານ​ຄະນະ​ສາສະໜາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ ບູ່​ຍ​ແທງ​ຮ່າ, ຮອງ​ຫົວໜ້າ​ຄະນະ​ເປັນ​ຫົວໜ້າ​ຄະນະ, ມີ​ການ​ເຮັດ​ວຽກ​ກັບ​ທ່ານ Muhammad Mukhtar Jumu’ah, ລັດຖະມົນຕີ​ວ່າການ​ກະຊວງ​ໂຄສະນາ​ສາສະໜາ ອີ​ຢິບ. ທ່ານ​ຮອງ​ຫົວໜ້າ​ຄະນະ​ສາສະໜາ​ລັດຖະບານ ຫວຽດນາມ ບູ່​ຍ​ແທງ​ຮ່າ ​ແລະ ທ່ານ Jumu’ah, ລັດຖະມົນຕີ​ວ່າການ​ກະຊວງ​ໂຄສະນາ​ສາສະໜາ ອີ​ຢິບ ​​ໄດ້ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ດ້ານສາສະໜາ​ກໍ່​ຄື​ນະ​ໂຍບາຍ​ດ້ານສາສະໜາ​ຂອງ​ແຕ່ລະ​ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕ້ອງ​ຊຸກຍູ້​ການ​ທູດ​ປະຊາຊົນ​ລະຫວ່າງ ອີ​ຢິບ ​ແລະ ຫວຽດນາມ ກ່ວາ​ອີກ, ພິ​ເສດ​ແມ່ນ​ປະຊາ​ຄົມ​ສາສະໜາ​ອິດສະ​ລາມ 2 ປະ​ເທດ.


ຂ່າວ/ບົດ​ອື່ນ