ຄະນະປະຕິບັດງານລັດຖະບານ ຊີຣີ ຖອນອອກຈາກການເຈລະຈາສັນຕິພາບຢູ່ ສະວິດ

(VOVWORLD) - ວັນທີ 01 ທັນວາ, ຄະນະປະຕິບັດງານຂອງລັດຖະບານ ຊີຣີ ປະກາດ ຖອນອອກຈາກການເຈລະຈາສັນຕິພາບ ໂດຍສະຫະປະຊາຊາດປົກປ້ອງຢູ່ ເຊີແນວ
ຄະນະປະຕິບັດງານລັດຖະບານ ຊີຣີ ຖອນອອກຈາກການເຈລະຈາສັນຕິພາບຢູ່ ສະວິດ - ảnh 1ທ່ານປະທານາທິບໍດີ Bashar al-Assad  (ພາບ:  REUTERS/TTXVN)

ປະເທດ ສະວິດ ແລະ ອາດຈະບໍ່ກັບຄືນສູ່ການເຈລະຈາໃນອາທິດໜ້າ ຍ້ອນຝ່າຍຄ້ານບໍ່ຕົກລົງໃຫ້ທ່ານປະທານາທິບໍດີ Bashar al-Assad ຮັກສາ ບໍ່ວ່າບົດບາດໃດໆ ໃນລັດຖະບານມອບໂອນໃຫ້. ກ່າວຄຳເຫັນ ພາຍຫລັງບັນດາວາລະປຶກສາຫາລືທີ່ດຳເນີນໃນຕອນເຊົ້າວັນທີ 01 ທັນວາ, ຫົວໜ້າຄະນະເຈລະຈາຂອງລັດຖະບານ ຊີຣີ, ທ່ານເອກອັກຄະລັດຖະທູດ Bashaar Jaafarri ຖະແຫຼງວ່າ ການເຈລະຈາສັນຕິພາບ ບໍ່ສາມາດກ້າວໜ້າໄດ້ ເມື່ອຝ່າຍຄ້ານສືບຕໍ່ຮັກສາທັດສະນະທີ່ບໍ່ປະໃຫ້ທ່ານ ປະທານາທິບໍດີ Bashar al-Assad ຮັກສາບົດບາດໃດ ໃນລັດຖະບານມອບໂອນ. ຕາມທ່ານ Bashaar Jaafarri ແລ້ວ, ສຳລັບຄະນະປະຕິບັດງານຂອງລັດຖະບານແລ້ວ ຮອບເຈລະຈາສັນຕິພາບນີ້ໄດ້ຢຸດຕິ ແລະ ອຳນາດການປົກຄອງ ຊີຣີ ຈະຊັ່ງຊາຄຳຕັດສິນ ຄວນຈັດສົ່ງຄະນະເຈລະຈາກັບຄືນໄປ ເຊີແນວ ໃນອາທິດໜ້າ ຫຼື ບໍ່.

        ໃນຂະນະນັ້ນ, ຫົວໜ້າຄະນະປະຕິບັດການເຈລະຈາ ຕາງໜ້າໃຫ້ຝ່າຍຄ້ານ ທ່ານ Nasr Hariri ຢືນຢັນວ່າ: ເຂົາເຈົ້າໄປ ເຊີແນວ ດ້ວຍຄວາມປາດຖະໜາຢາກ ເຂົ້າຮ່ວມບັນດາການເຈລະຈາຢ່າງ “ເຂັ້ມງວດ ແລະ ໂດຍກົງ”, ພ້ອມທັງ ຮຽກຮ້ອງປະຊາຄົມສາກົນ ກໍ່ຄວາມດັນ ເພື່ອໃຫ້ຄະນະເຈລະຈາລັດຖະບານ ຊີຣີ ເຂົ້າຮ່ວມວິວັດທະນາການເຈລະຈາສັນຕິພາບຢ່າງຄົບຖ້ວນ.

 

ຕອບກັບ

ຂ່າວ/ບົດ​ອື່ນ