ຄະນະຜູ້ແທນກະຊວງການຕ່າງປະເທດເວເນັດຊູເອລາຢ້ຽມຢາມຫວຽດນາມໃນລະຫວ່າງວັນທີ 13-15/12/2016

ຄະນະຜູ້ແທນກະຊວງການຕ່າງປະເທດເວເນັດຊູເອລາຢ້ຽມຢາມຫວຽດນາມໃນລະຫວ່າງວັນທີ 13-15/12/2016 - ảnh 1
ທ່ານ ຟ້າ​ມບີ​ງມິ​ງ ແລະ
ທ່ານ​ຮອງ​ລັດຖະມົນຕີ Felix Plasencia
(ພາບ: TTXVN)


(vovworld) - ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ໃນ​ລະຫວ່າງ​ວັນ​ທີ 13 – 15/12/2016 , ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ເວ​ເນັດ​ຊູ​ເອລາ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ Felix Plasencia ນຳ​ໜ້າ ​ໄດ້​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຊຶ່ງ​ໄດ້ດຳ​ເນີນ​ວາລະ​ທາ​ບທາມ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ຄັ້ງ​ທີ 6. ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ໃນ​ຕອນ​ບ່າຍ​ວັນ​ທີ 14/12 ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຕີ​ລາຄາວ່າ ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ເວ​ເນັດ​ຊູ​ເອລາ ​ໃນ​​ໄລຍະ​ຜ່ານ​ມາ, ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ,ຊຶ່ງ​ໄດ້ສະ​ແດງ​ອອກ ຜ່ານ​ບັນດາ​ໝາກຜົນ, ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ບັນດາ​ການ​ຢ້ຽມຢາມ ​ແລະ ການພົບ​ປະລະຫວ່າງການ​ນຳ​ຂັ້ນ​ສູງຂອງ 2 ປະ​ເທດ. ທ່ານ ຟ້າ​ມບີ​ງມິ​ງ ຖື​ເປັນ​ສຳຄັນ​​ເລື່ອ​ງສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ​ກັບ ເວ​ເນັດ​ຊູ​ເອລາ, ​ເປັນ​ຕົ້ນ​ແມ່ນ ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ນຳ​ມັນ​ອາຍ​ແກັດ, ສິນ​ໃນ​ນ້ຳ, ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​ສິນຄ້າ​ຊົມ​ໃຊ້ ​ແລະ ວັດ​ສະ​ດຸ​ກໍ່ສ້າງ. ທ່ານ ຟ້າ​ມບີ​ງມິ​ງ ສະ​ເໜີ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ທີ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສຫລາຍ​ຝ່າຍ​ຄື: ສປຊ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ແລະ ​ເວທີ​ປາ​ໄສ​ການ​ຮ່ວມ​ມື ອາຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ

        ສວ່ນທ່ານ​ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ເວ​ເນັດ​ຊູ​ເອລາ Felix Plasencia ຢືນຢັນ​ວ່າ​: ເວ​ເນັດ​ຊູ​ເອລາ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຢູ່​ພາກ​ພື້ນ ອາຊີ , ພ້ອມ​ທັງປາດ​ຖະໜາ ​ແລະ ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ເວ​ເນັດ​ຊູ​ເອລາ.

 

 

ຂ່າວ/ບົດ​ອື່ນ