ຄະນະຜູ້ແທນຂັ້ນສູງ ແຂວງຈຳປະສັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກລັກ

ຄະນະຜູ້ແທນຂັ້ນສູງ ແຂວງຈຳປະສັກ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກລັກ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 3/9, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​​ແຂວງ​ຈຳ​ປະ​ສັກ ​ໂດ​ຍທ່ານ​ສອນ​ໄຊ ສີ​ພັນ​ດອນ ກຳມະການ​ສູງ​ການ​ພັກ, ​ເລຂາ, ​ເຈົ້າ​ແຂວງ​ແຂວງຈຳ​ປະ​ສັກ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ດັກ​ລັກ. ​ໃນ​ຊຸມ​ປີຜ່ານມາ, ການພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ແຂວງ ດັກ​ລັກ - ຈຳ​ປະ​ສັກ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ບັນລຸ​ປະສິດທິ​ຜົນ. ປະຈຸບັນ, ບັນດາ​ວິ​ສາ​ຫະກິດ​ຂອງ​ດັກ​ລັກ ​ໄດ້​ລົງ​ມຶນ 3 ​ໂຄງການ​ຢູ່​ລາວ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຄື ກະສິກຳ, ປ່າ​ໄມ້, ອຸດສາຫະກຳ. ບັນດາ​ວິ​ສາ​ຫະກິດ​ຂອງ​​ແຂວງດັກ​ລັກ ກໍ​ສ້າງ​ທຸກ​​ເງື່ອນ​ໄຂ​ສະດວກ ​ແລະ ຊ່ວຍ​ເຫຼືອ​ໃຫ້​ປະຊາຊົນ​ຢູ່​ບັນດາ​ເຂດ​ທີ່​ມີ​ໂຄງການ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ບາງ​ພື້ນຖານ​ດ້ານ​ວັດຖຸ​ເຕັກນິກ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​​ເຄື່ອນ​ໄຫວ ​ແລະ ດຳລົງ​ຊີວິດຂອງ​ປະຊາຊົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ດັກ​ລັກ ຈະສືບ​ຕໍ່​ຍູ້​ແຮງບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມການ​ລົງທຶນ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ແຂວງ​ເຂົ້າ​ມາ​ລົງທຶນຢູ່​ລາວ. ທີ່​ການ​ເຮັດ​ວຽກ, ​ໂດຍ​ໄດ້​ຮັບ​ສິດ​ຂອງ​ທ່ານ​ປະທານ​ປະ​ເທດ​ລາວ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ມອບຫຼຽນ​ໄຊ, ​ຫຼຽນ​ກາຂອງ​ລັດຖະບານ​ລາວ​ໃຫ້​ແກ່​ໝູ່​ຄະນະ, ສ່ວນ​ບຸກຄົນ​ຂອງ​ແຂວງ​ດັກ​ລັກ ​ເຊິ່ງ​ໄດ້​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ