ຄະນະຜູ້ແທນຂັ້ນສູງກະຊວງຄົມມະນາຄົມຂົນສົ່ງເຮັດວຽກຢູ່ສາທາລະນະລັດ ສະຫະພັນເຢຍລະມັນ

ຄະນະຜູ້ແທນຂັ້ນສູງກະຊວງຄົມມະນາຄົມຂົນສົ່ງເຮັດວຽກຢູ່ສາທາລະນະລັດ ສະຫະພັນເຢຍລະມັນ - ảnh 1
ທ່ານລັດຖະມົນຕີ Dinh La Thang ກັບ​
ທ່ານລັດຖະມົນຕີ​ Klaus Dieter Scheurle
( ພາບ: vietnamplus.vn )

(vovworld) -     ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ຄົມມະນາຄົມ​ຂົນ​ສົ່ງຫວຽດນາມ ​ໂດຍ​ທ່ານລັດຖະມົນຕີ Dinh La Thang ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສາທາລະນະລັດ​ສະຫະພັນ​​ເຢຍລະ​ມັນ​ໃນ​ລະຫວ່າງ​ວັນ​ທີ 13 – 17/8. ທີ່​ການ​ເຮັດ​ວຽກ​ກັບ​ທ່ານ​ Klaus Dieter Scheurle, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ, ກໍ່ສ້າງ ​ແລະ ພັດ​ທະນະ​ຕົວ​ເມືອງ​ສະຫະພັນ​ເຢຍລະ​ມັນ, ທ່ານລັດຖະມົນຕີ Dinh La Thang ​ໄດ້​ຍົກອອກ​ບັນດາ​ຂໍ​ສະ​ເໜີ​ເພື່ອ​ແນ​ໃສ່​ເພີ່ມທະວີ​ການ​ຮ່ວມ​ມື​ລະຫວ່າງສອງ​ປະ​ເທດ ​ໃນ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ, ສະ​ເໜີ​ຈັດການ​ເຈລະຈາ​ປັບປຸງ​ອານຸສັນຍາ​ກ່ຽວ​ກັບ​ການບິນ​ໂດຍ​ໄວ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ເປີດ​ສາຍ​ການ​ບິງ​ໂດຍ​ກົງ​ລະຫວ່າງຮ່າ​ໂນ້ຍ - ​ແບກ​ຫຼີ້ນ. ພ້ອມ​ກັນ​ນັ້ນກໍ​ຢືນຢັນ​ວ່າ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ ຊອກ​ຫາ​ກາລະ​ໂອກາດ​ ​ແລະ ຊຸກຍູ້​ບັນດາ​ໂຄງການລົງທຶນ​ເຂົ້າ​ຫວຽດນາມ. ສ່ວນ​ຝ່າຍ​ເຢຍລະ​ມັນ, ທ່ານລັດຖະມົນຕີ Scheurle ​ໃຫ້​ຮູ້​ວ່າ ​ເຢຍລະ​ມັນ​ເອົາ​ໃຈ​ໃສ່ທີ່​ສຸດ​ເຖິງ​ບັນດາ​ແຜນການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຫວຽດນາມ ​ເພື່ອ​ສາມາດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໃນ​ປີ 2020 ​ແລະ ກ່ຽມພ້ອມ​ຈະ​ແລກປ່ຽນ​ບົດຮຽນ ​ແລະ ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ບັນດາ​ໂຄງການ​ດັ່ງກ່າວ ​ແລະ ​ສົ່ງ​ເສີມ​ບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ​ລົງທຶນ​ເຂົ້າ​ຫວຽດນາມ.


ຂ່າວ/ບົດ​ອື່ນ