ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ເຮັດວຽກຢູ່ ສ.ສິງກະໂປ

ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ເຮັດວຽກຢູ່ ສ.ສິງກະໂປ - ảnh 1
(ພາບປະກອບ)

(vovworld) – ​​ໃນ​ການ​ເຈລະຈາ​ທີ່​ດຳເນີນ​ໃນຕອນ​ເຊົ້າ​ວັນ​ທີ 26/9, ພົນ​ໂທ ດັ້ງ​ວັນ​ຮ໋ຽວ, ລັດຖະມົນຕີ​ຊ່ວຍ ຜູ້​ປະຈຳການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ທ່ານລັດຖະມົນຕີ​ຊ່ວຍ ກະຊວງ​ພາຍ​ໃນ ​ແຫ່ງ​ສ.ສິງ​ກະ​ໂປ Tan Tê How ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ຢູ່​ທັງ​ສອງ​ປະ​ເທດ. ລັດຖະມົນຕີ​ຊ່ວຍທັງ​ສອງ​ທ່ານ​ກໍ່​ເປັນ​ສັກຂີ​ພິຍານ ພິທີ​ລົງ​ນາມ ຕໍ່​ກຳນົດ​ເວລາ​ໃຫ້​ລາຍການ​ບຳລຸງ​ສ້າງ ​ແລະ ປະຕິບັດ​ກົດໝາຍ ​ໂດຍ​ກະຊວງ​ພາຍ​ໃນ​ສິງກະ​ໂປ​ຊ່ວຍ​ໃຫ້​ກະຊວງ​ຕຳຫຼວດ​ຫວຽດນາມ, ​ໄລຍະ 2014-2016

​ໃນ​ປີຜ່ານມາ, ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ​ສິງກະ​ໂປ ຍາມ​ໃດ​ກໍ່​ຮັກສາ, ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານນຳ​ກັນ ​ແລະ ບັນລຸ​ໄດ້ຜົນ​ງານ​ຕັ້ງໜ້າ​ຫຼາຍ​ຢ່າງ​ໃນ​ທຸກ​ຂົງ​ເຂດ​ຮ່ວມ​ມື, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ

 

ຂ່າວ/ບົດ​ອື່ນ