ຄະນະຜູ້ແທນຂັ້ນສູງກະຊວງສຶກສາ, ຊາວໜຸ່ມ ແລະ ກິລາກຳປູເຈຍ ເຮັດວຽກຢູ່ຮ່າໂນ້ຍ

ຄະນະຜູ້ແທນຂັ້ນສູງກະຊວງສຶກສາ, ຊາວໜຸ່ມ ແລະ ກິລາກຳປູເຈຍ ເຮັດວຽກຢູ່ຮ່າໂນ້ຍ - ảnh 1

ໂຮງຮຽນ​ມິດຕະພາບ 80

(ພາບ:.ອິນ​ເຕີ​ແນັດ)​

ວັນ​ທີ 28/8 ຢູ່​ທີ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽ​ດນາມ Pham Vu Luan ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ, ຊາວ​ໜູ່ມ ​ແລະ ກິລາ ກຳປູ​ເຈຍ Im Sethy ​ໄດ້​ຕາງໜ້າ​​ໃຫ້ກະຊວງ​ສຶກສາສອງ​ປະ​ເທດ ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກສາລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ 2012.

ກ່າວ​ຄຳ​ເຫັນທີ່​ພິທີ​ລົງ​ນາມ, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ, ຊາວ​ໜູ່ມ ​ແລະ ກິລາ ກຳປູ​ເຈຍ Im Sethy ​ເວົ້າ​ວ່າ.

“ສາຍ​ພົວພັນ​ພິ​ເສດ​ລະຫວ່າງກະຊວງ​ສຶກສາ​ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ມີ​ມາ​ແຕ່​ດົນ​ນານ ​ແລະ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ຍາມ​ໃດ ກະຊວງ​ສຶກສາ​ພວກ​ຂ້າພະ​ເຈົ້າ ກໍ່ຈົດ​ຈຳ​ການ​ຊ່ວຍ​ເຫຼືອ​ອັນໃຫຍ່​ຫຼວງ​ຂອງ​ກະຊວງ​ສຶກສາ ​ແລະ ບຳງລຸງ​ສ້າງ​ຫວຽດນາມ ນັບ​ແຕ່​​ເມື່ອ​ພວກ​ຂ້າພະ​ເຈົ້າ​ຫຼຸດ​ຜົ້ນອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ Pon Pot ​​ເມື່ອວັນ​ທີ 7/1/1979 ມາ​ຮອດ​ປະຈຸ​ບັນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ມັດ​ຖະຍົມ​, ມະຫາວິທະຍາ​ໄລ ​ແລະ ມາດ​ສະ​ເຕີ…”

ທ່ານ​ລັດຖະ​ມົນຕີ Im Sethy ກໍ​ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ຊຸກຍູ້​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ຂົງ​ເຂດ​ສຶກສາ​ບຳລຸງ​ສ້າງ​ເວົ້າ​ສະ​ເພາະກວ່າ​ອີກ.

ສ່ວນທ່ານ​ລັດຖະມົນຕີ Pham Vu Luan ກໍ​ຢືນຢັນ​ຄືນ​ໃໝ່​ວ່າ, ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຄັ້ງ​ນີ້ ​​ແມ່ນ​ພະຍານຫຼັກ​ຖານ​ທີ່​ຈະ​ແຈ້ງ​ກວ່າ, ຢືນຢັນ​ການ​ຮ່ວວມື​ລະຫວ່າງ​ຂະ​ແໜງ​ສຶກສາ​ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ກໍ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ​ກ້າວເຂົ້າ​ສູ່​ລວງ​ເລິກ.

​ໃນ​ຂອບ​ເຂດ​ການ​​ປະຕິບັດ​ງານ​ຢູ່​ຫວຽ​ດນາມ, ວັນ​ທີ 27/8, ຄະນະ​ຜູ້​ແທນ​ຂັ້ນສູງ​ກະຊວງ​ສຶກສາ, ຊາວ​ໜຸ່ມ ​ແລະ ກິລາ​ລາຊະ​ອານາຈັກ​ກຳປູ​ເຈຍ ​ໂດຍ​ທ່ານລັດຖະມົນຕີ Im Rithy ​ນຳ​ໜ້າ ​ໄດ້​ມາ​ຢ້ຽມຢາມ​ໂຮງຮຽນ​ມິດຕະພາບ 80, ​ເທດສະບານ​ເມືອງ​ເຊີນ​ໄຕ, ​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານລັດຖະມົນຕີ Im Rithy ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງໂຮງຮຽນ​ມິດຕະພາບ 80 ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາ​ກອນ​ມະນຸດ​ໃຫ້​ແກ່​ກຳປູ​ເຈຍ:

“ຂ້າພະ​ເຈົ້າຂໍ​ຢັ້ງຢືນ​ວ່າ: ໂຮງຮຽນ​ມິດຕະພາບ 80 ​ແມ່ນ​ສູນ​ບຳລຸງ​ສ້າງ​ຢ່າງໝັ້ນຄົງ, ສະໜອງ​ບັນດາ​ຄວາມ​ຮູ້​ດ້ານ​ວັດທະນະທຳ, ມະນຸດ, ການທ່ອງທ່ຽວ….​​ເພື່ອໃຫ້​ພວກ​ນ້ອງ​ນັກຮຽນ​ສາມາດ​ເຂົ້າຮຽນ​ຢູ່ບັນດາ​ມະຫາວິທະຍາ​ໄລ​ຂະ​ແໜງ​ສະ​ເພາະ​ຂອງ​ຫວຽດນາມ. ​ແລະ ອາດ​ເວົ້າ​ໄດ້​ວ່າ: ນີ້​ແມ່ນ​ຂໍ້​ກູນ​ແຈ​ເພື່ອ​ໃຫ້​ພວກ​ນ້ອງ​ກ້າວ​ເຂົ້າມະຫາວິທະຍາ​ໄລ

ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ​ຂອງໂຮງຮຽນ​ມິດຕະພາບ 80 ​ແມ່ນ​ນອນ​ໃນ​ຂອບ​ເຂດການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສຶກສາລະ​ຫວ່າງ​ສອງ​ປະ​ເທດ​ຫວຽ​ດນາມ-​ກຳປູ​ເຈຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີງາມ, ນ້ຳ​ໃຈ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ສະຖຽນລະ​ພາບ​ອັນ​ຍາວ​ນານ“ ລະຫວ່າງ​ສອງ​ປະ​ເທດ​ຫວຽ​ດນາມ-​ກຳປູ​ເຈຍ.

 

 

 

ຂ່າວ/ບົດ​ອື່ນ