ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກົດດີວົວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ

(VOVWORLD) - ທີ່ການເຈລະຈາ ແລະ ການພົບປະຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດ Adama Bictogo ສະເໜີໃຫ້ສະພາແຫ່ງຊາດສອງປະເທດກະຕຸກຊຸກຍູ້ເພື່ອໃຫ້ສອງປະເທດຍູ້ແຮງທ່າໄດ້ປຽບໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດກະສິກຳ. ວິສາຫະກິດ ຫວຽດນາມ ອາດຈະຜັນຂະຫຍາຍໂຮງງານປຸງແຕ່ງໝາກມ່ວງຫິມະພານຢູ່ ກົດດີວົວ
ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກົດດີວົວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ - ảnh 1ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

ວັນທີ 16 ມິຖຸນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກົດດີວົວ ນຳໂດຍທ່ານ ປະທານສະພາແຫ່ງຊາດ Adama Bictogo ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 13 16 ມິຖຸນາ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

        ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo, ໄດ້ວາງພວງມາລາຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ; ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວໍວັນເຖືອງ, ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ເຂົ້າຮ່ວມພິທີຕ້ອນຮັບທາງການ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ເຂົ້າຮ່ວມງານລ້ຽງທາງການ.

        ທີ່ການເຈລະຈາ ແລະ ການພົບປະຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດ Adama Bictogo ສະເໜີໃຫ້ສະພາແຫ່ງຊາດສອງປະເທດກະຕຸກຊຸກຍູ້ເພື່ອໃຫ້ສອງປະເທດຍູ້ແຮງທ່າໄດ້ປຽບໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດກະສິກຳ. ວິສາຫະກິດ ຫວຽດນາມ ອາດຈະຜັນຂະຫຍາຍໂຮງງານປຸງແຕ່ງໝາກມ່ວງຫິມະພານຢູ່ ກົດດີວົວ; ສ້າງເງື່ອນໄຂເພື່ອໃຫ້ນັກຊ່ຽວຊານ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກ່ຽວກັບການປູກເຂົ້າໃຫ້ແກ່ ກົດດີວົວ, ນຳໃຊ້ເຄື່ອງຈັກໃນການປູກເຂົ້ານາທາມ; ກົດດີວົວ ນຳເຂົ້າຜະລິດຕະພັນເຄື່ອງຈັກຂອງ ຫວຽດນາມ…

        ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ຕິດຕາມການປະຕິບັດບັນດາສົນທິສັນຍາສາກົນ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງລັດຖະບານສອງປະເທດຢ່າງມີປະສິດທິຜົນ; ສະໜັບສະໜູນ ແລະ ເພີ່ມທະວີການເຊື່ອມຕໍ່, ການຮ່ວມມືລະຫວ່າງບັນດາວິສາຫະກິດ; ສ້າງເງື່ອນໄຂໜູນຊ່ວຍປະຊາຄົມວິສາຫະກິດກໍ່ຄືປະຊາຊົນສອງປະເທດທີ່ດຳລົງຊີວິດ ລົງທຶນ ແລະ ດຳເນີນທຸລະກິດເປັນປົກກະຕິຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ