ຄະນະຜູ້ແທນນັກຮົບເກົ່າ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ

(vovword) - ວັນ​ທີ 04/7, ຄະນະ​ຜູ້​ແທນນັກ​ຮົບ​ເກົ່າ ຫວຽດນາມ ​ໂດຍ​ທ່ານ Huynh Dac Huong ອະດີດ​ກຳມະການ​ການ​ເມືອງ ກອງ​ບັນຊາ​ການ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານການທະຫານ ຫວຽດນາມ ຢູ່​ ລາວ ນຳ​ຫນ້າ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ ຈູມ​ມາ​ລີ ​ໄຊ​ຍະສອນ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ. ນະ​ທີ່​ນີ້ ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ຢືນຢັນ​ວ່າ ປະຊາຊົນ​ລາວ​ບັນດາ​ເຜົ່າ ຍາມ​ໃດ​ກໍ​ຈົດ​ຈຳ່ ​ແລະ ສະ​ແດງ​ຄວາມ​ຮູ້ຄຸນ​ຕໍ່​ບັນດາ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ​ການ​ທະຫານ ຫວຽດນາມ ​ແລະ ໝັ້ນ​ໝາຍວ່າ​ຈະ​ປັບປຸງ,​ຮັກສາ ​ແລະ ​ເພີ່ມ​ພູ​ນຄູນ​ສ້າງສາ​ຍພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ລະຫວ່າງ ລາວ ​ແລະ ຫວຽດນາມ ​ໃຫ້​ໝັ້ນຄົງ​ຖະໜົງ​ແກ່ນ​ຈົນ​ຊົ່ວ​ກາລະ​ນານ ​ແລະ​ຖ່າຍ​ທອດ​ໃຫ້​ແກ່​ຄົນ​ລຸ້ນຫລັງ. ການ​ຢ້ຽມຢາມ ສປປ ລາວ ຂອງ​ຄະນະ​ຜູ້​ແທນນັກ​ຮົບ​ເກົ່າ ຫວຽດນາມ ​ແມ່ນ​ການ​ປະກອບສ່ວນ​ຢ່າງ​​ແທດ​ຈິງ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ປະຊາຊົນ 2 ປະ​ເທດ ມຸ່ງ​ໄປ​ເຖິງ​ປີ​ສາມັກ​ຕີມິດຕະພາບ ລາວ ຫວຽດນາມ 2012.

 

ຂ່າວ/ບົດ​ອື່ນ