ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຮັດວຽກຢູ່ ເຢຍລະມັນ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຮັດວຽກຢູ່ ເຢຍລະມັນ - ảnh 1
ການ​ພົບ​ປະ​ສົນທະນາ​ທິດ​ສະ​ດີ​ລະຫວ່າງພັກ​ SPD ແລະ ພັກ​ກອມ​ມູນິດ ຫວຽດນາມ
ພາບ: internet

(vovworld) -  ​ວັນ​ທີ 11/9, ຢູ່ ນະຄອນ Berlin, ໂດຍ​ຮັບ​ຄຳ​ເຊີນ​ຂອງ​ການ​ນຳ​ພັກ​ປະຊາທິປະ​ໄຕ​ສັງຄົມ ​ເຢຍລະ​ມັນ (SPD) ​ແລະ ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ SPD ​ແລະ ພັກ​ກອມ​ມູນິດ ຫວຽດນາມ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ເປັນ​ຫົວຫນ້າ​ຄະນະ​ໄດ້​ເຂົ້າຮ່ວມ​ການ​ພົບ​ປະ​ສົນທະນາ​ທິດ​ສະ​ດີ​ຄັ້ງ​ທີ 2 ລະຫວ່າງ​ສອງ​ພັກ ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ” ​ແລະ ພະລັງ​ງານ​ຜະລິດຄືນ​ໃຫມ່”. ກ່າວ​ຄຳ​ເຫັນ​ໄຂ​ການ​ພົບ​ປະ​ສົນທະນາ, ທ່ານ Dinh The Huynh ​ແລະ ທ່ານ​ນາງ Edelgard Bulmann ສະມາຊິ​ກສະພາ​ແຫ່ງ​ຊາດ, ອະດີດ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ຄົ້ນ​ຄ້ວາສະຫະພັນ ​ໄດ້​ຢືນຢັນ​ວ່າ: ການ​ພົບ​ປະ​ສົນທະນາ​ທິດ​ສະ​ດີ​ໄດ້​ກາຍ​ເປັນ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າ​ງສອງ​ພັກ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ​ເຢຍລະ​ມັນ.

 

ຂ່າວ/ບົດ​ອື່ນ