ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ສະຫະພັນລັດເຊຍ

ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ສະຫະພັນລັດເຊຍ - ảnh 1
​ທ່ານ Ziuganov ປະທານ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ
ຕ້ອນຮັບທ່ານນາງ ເຈືອງທິມາຍ

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 11 – 13/09, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ​ນາງ ​ເຈືອງ​ທິມາຍ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ນຳ​ໜ້າ​​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ ລັດ​ເຊຍ. ຄະນະ​ຜູ້​ແທນ​ໄດ້​ພົບ​ປະກັບ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ, ພັກ “ປະ​ເທດ​ລັດ​ເຊຍ​ເອກະພາບ”; ພົບ​ປະ ​ແລະ ​ເຮັດວຽກ​ກັບ​ກະຊວງ​ຍຸຕິ​ທຳ​ສະຫະພັນ ລັດ​ເຊຍ, ສະມາຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ ​ແລະ ສະມາຄົ​ມນັກຮົບ​ເກົ່າ ລັ​ດ​ເຊຍ ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຢູ່ ຫວຽດນາມ.

        ທີ່​ການ​ພົບ​ປະ​ກັບ​ທ່ານ Ziuganov ປະທານ​ພັກ​ກອມ​ມູນິດ​ສະຫະພັນ ລັດ​ເຊຍ, 2 ຝ່າຍ​ປຶກສາ​ຫາລື​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​​ໂດຍຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ, ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນຫລາຍ​ຝ່າຍກ່ວາ​ອີກ.

        ທີ່​ການ​ພົບ​ປະ​ກັບ​ທ່ານ Gieleznhiac ຮອງ​ເລ​ຂາ​ສະພາ​ທົ່ວ​ພັກ “ປະ​ເທດ​ລັດ​ເຊຍ​ເອກະ​ພາບ”, ຮອງ​ປະທານສະພາ Duma ​ແຫ່ງ​ຊາດ ລັດ​ເຊຍ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ເພີ່ມ​ທະວີ​ການແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ປະຕິບັດ​ງານ ພິ​ເສດ​ແມ່ນ​ກ່ຽວ​ກັບວຽກ​ງານຈັດ​ຕັ້ງ ​ແລະ ສ້າງ​ພັກ​ກຳ​ອຳນາດ​ຢູ່​ແຕ່ລະ​ປະ​ເທດ, ປະກອບສ່ວນ​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ - ສະຫະພັນ ລັດ​ເຊຍ ຢ່າງ​ແທດ​ຈິງ.

        ​ໃນບັນ​ດາ​ການ​ພົບ​ປະຄັ້ງ​ຕ່າງໆ ເນື່ອງ​ໃນ​ໂອກາດ​ຢ້ຽມຢາມສະຫະພັນ ລັດ​ເຊຍ, ທ່ານ​ນາງ ​ເຈືອງ​ທິມາຍກໍ່ ​ແຈ້ງ​​​ໃຫ້​ວົງ​ການ​ນັກ​ການ​ເມືອງ ​ແລະ ​ເພື່ອນ​ມິດ ລັດ​ເຊຍ ຊາບ​ບາງ​ຈຸດພົ້ນ​ເດັ່ນ​ກ່ຽວ​ກັບ​ສະພາບ​ການ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທັດສະນະ​ຂອງ ຫວຽດນາມ ສຳລັບ​ບາງ​ບັນຫາສຳຄັນຂອງ​ສາກົນ ​ແລະ ພາກ​ພື້ນ, ​ໃນ​ນັ້ນ ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ນັກຮົບ​ເກົ່າ ​ແລະ ສະມາຊິກ​ສະມາຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ ກໍ່​ລ້ວນ​ແຕ່​ສະ​ແດງ​ຄວາມ​ສະໜັບສະໜູນ​ທັດ​ສະ​ນະ, ຫຼັກ​ໝັ້ນຂອງ ຫວຽດນາມ ​ໃນ​ເລື່ອງ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດ​ໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົ​ດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982.

 

ຂ່າວ/ບົດ​ອື່ນ