ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ11ຂອງພັກກອມມູນິດບັງກະລາເທດ

ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ11ຂອງພັກກອມມູນິດບັງກະລາເທດ - ảnh 1
(ພາບປະກອບ)

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 28 – 31/10, ຢູ່​ນະຄອນຫລວງ Dhaka, ພັກ​ກອມ​ມູນິດ ບັງ​ກະລາ​ເຫດ (CPB) ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ 350 ທ່ານ​ມາ​ຈາກ​ 64 ອົງຄະ​ນະ​ພັກ​ໃນ​ທົ່ວ​ປະ​ເທດ ​ແລະ 12 ຄະນະ​ຜູ້​ແທນ​ສາກົນ​. ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ, ​ໂດຍ​ທ່ານ ຫງວຽນ​ຕ໋ວນຟອງ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ ​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວປາ​ໄສ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະຊຸມ​ໃຫຍ່. ​ໃນ​ບັນດາ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ການ​ນຳ​ພັກ​ກອມ​ມູນິດ ບັງ​ກະລາ​ເທດ, ທ່ານ ຫງວຽນ​ຕ໋ວນຟ​ອງ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ແນວທາງ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ວາງ​ອອກ, ສະພາບການ​ດ້ານ​ເສດຖະກິດ - ສັງຄົມ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແນວທາງ​ປ່ຽນ​ໃໝ່ ​ແລະ ການພົວພັນຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ; ພ້ອມ​ທັງ​ແລກປ່ຽນ​ບັນດາ​ມາດ​ຕະການ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຄວາມ​ສາມັກຄີ ​ແລະ ມິດຕະພາບ​ລະຫວ່າງ 2 ພັກ, 2 ລັດ​ກ່ວາ​ອີກ.

        ສ່ວນ​ທ່ານ Mujahidul Islam Selim ປະທານ​ພັກ​ກອມ​ມູນິດ ບັງ​ກະລາ​ເທດ ​ແລະ ທ່ານ​ເລຂາທິການ​ໃຫຍ່ Syed Abu Zafar ​ເນັ້ນ​ໜັກ​ວ່າ: ນ້ຳ​ໃຈ​ສາມັກຄີ​ອັນ​ດີງາມຂອງ 2 ​ພັກ ​ແລະ ປະຫວັ​ດ ສາດຍາມ​ໃດ​ກໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​, ສະໜັບສະໜູນ​ແນວທາງ​ການຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ພັກ​ກອມ​ມູນິດ ບັງ​ກະລາ​ເທດ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ແທດ​ຈິງລະຫວ່າງ 2 ພັກ ກໍ່​ຄື​ປະຊາຊົນ 2 ປະ​ເທດ ຫວຽດນາມ - ບັງ​ກະລາ​ເທດ.

ຂ່າວ/ບົດ​ອື່ນ