ຄະນະຜູ້ແທນສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

(VOVWORLD) -ຕອນເຊົ້າວັນທີ 22 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຟ໊ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າພາບພິທີຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍ ໂດຍທ່ານນາງ Khuon Sudary, ຮອງປະທານສະພາແຫ່ງຊາດກຳປູເຈຍ ເປັນຫົວໜ້າຄະນະ, ທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຄະນະຜູ້ແທນສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1 ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ ດຳເນີນການເຈລະຈາ

(ພາບ: Quochoi.vn)

ພາຍຫຼັງພີທີຕ້ອນຮັບ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ ໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ຢືນຢັນວ່າ, ກຳປູເຈຍ ມີບົດຮຽນລ້ຳຄ່າຫຼາຍຢ່າງເຊິ່ງຫວຽດນາມ ຄວນຮ່ຳຮຽນຕາມໃນທຸກດ້ານ ແລະ ໃນໄລຍະຈະມາເຖິງສະເໜີໃຫ້ 2 ຝ່າຍ ຄວນສືບຕໍ່ຮັກສາການພົວພັນໃນທຸກຊ່ອງທາງການທູດຄື: ການທູດຂັ້ນພັກ, ລັດ ແລະ ປະຊາຊົນ, ພິເສດແມ່ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ; ພ້ອມທັງສຶກສາໃຫ້ລຸ້ນໜຸ່ມຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດ, ການພົວພັນລະຫວ່າງ 2 ພັກ, 2 ລັດ… ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ກໍ່ສະເໜີໃຫ້ 2 ຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ປະກອບສ່ວນຊຸກຍູ້ການພົວພັນ, ອິດທິພົນຊື່ສຽງຂອງ 2 ປະເທດ, 2 ສະພາແຫ່ງຊາດ.

        ສ່ວນທ່ານນາງ Khuon Sudary ໃຫ້ຮູ້ວ່າ, ກຳປູເຈຍ ພວມຊຸກຍູ້ບັນດາຍຸດທະສາດເພື່ອແນໃສ່ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ພິເສດ, ກຳປູເຈຍ ພວມມຸ່ງໄປເຖິງເປົ້າໝາຍເພີ່ມທະວີການສະໜອງບັນດາການບໍລິການພາກລັດເພື່ອຮັບໃຊ້ປະຊາຊົນໄດ້ເປັນຢ່າງດີກວ່າ. ທ່ານນາງ Khuon Sudary ກໍ່ຢືນຢັນວ່າ, ກຳປູເຈຍ ຍາມໃດກໍ່ຍົກສູງບັນດາປັດໃຈທາງການທູດ, ຊຸກຍູ້ເສດະກິດ, ການທ່ອງທ່ຽວ ເພື່ອເພີ່ມກຳລັງຄວາມສາມາດ ແລະ ການພັດທະນາໃຫ້ແກ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ