ຄະນະພັກການທະຫານສູນກາງ ສປປ.ເກົາຫຼີ ຈັດກອງປະຊຸມປຶກສາຫາລືບັນດາບັນຫາສຳຄັນ

(VOVWORLD) - ວັນທີ 22 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໄດ້ໃຫ້ຂ່າວວ່າ ການນຳປະເທດນີ້ ທ່ານ Kim Jong-un ໄດ້ເປັນປະທານກອງປະຊຸມເປີດກ້ວາງຂອງຄະນະພັກການທະຫານສູນກາງພັກແຮງງານ ສປປ.ເກົາຫຼີ, 

ໃນນັ້ນ ໄດ້ປຶກສາຫາລືກ່ຽວກັບ “ບັນດາມາດຕະການດ້ານການເມືອງ ແລະ ສ້າງໂຄງປະກອບການຈັດຕັ້ງສຳຄັນ ກໍ່ຄືບັນດາບາດກ້າວເດີນທາງການທະຫານ ແນໃສ່ເພີ່ມທະວີ” ບັນດາກຳລັງປະກອບອາວຸດ.

ຄະນະພັກການທະຫານສູນກາງ ສປປ.ເກົາຫຼີ ຈັດກອງປະຊຸມປຶກສາຫາລືບັນດາບັນຫາສຳຄັນ - ảnh 1 ທ່ານ Kim Jong-un (ພາບ:  Yonhap/TTXVN)

        ກອງປະຊຸມໄດ້ດຳເນີນໃນຊ່ວງເວລາທີ່ການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ມີຄວາມເຄັ່ງຕຶງເພີ່ມຂຶ້ນ ທີ່ກ່ຽວຂ້ອງເຖິງເລື່ອງ ພຽງຢາງ ນາບຂູ່ວ່າ ຈະຊອກຫາ “ເສັ້ນທາງເດີນໃໝ່” ໃນກໍລະນີທ້າຍປີນີ້ ວໍຊິງຕັນ ບໍ່ສາມາດຍົກອອກຂໍ້ສະເໜີທີ່ຍອມຮັບ ໄດ້ ໃນການພົບປະເຈລະຈານິວເຄຼຍ.              KCNA ໃຫ້ຮູ້ວ່າ: ການນຳສູງສຸດ Kim Jong-un ເນັ້ນໜັກວ່າ: ກອງປະຊຸມດັ່ງກ່າວ ຈະຍົກອອກລັດຖະນະໂຍບາຍກ່ຽວກັບບັນດາມາດຕະການດ້ານການເມືອງ ແລະ ສ້າງໂຄງປະກອບການຈັດຕັ້ງສຳຄັນ ກໍ່ຄືບັນດາບາດກ້າວເດີນທາງການທະຫານ ແນໃສ່ເພີ່ມທະວີບັນດາກຳລັງປະກອບອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ