ຄະນະພັກການທະຫານສູນກາງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ຄະນະພັກການທະຫານສູນກາງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ
​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ
(ພາບ: congly.com.vn)

(vovworld) -  ຕອນ​ເຊົ້າ​ວັນ​ທີ 13/07 ຢູ່​ຮ່າ​ໂນ້ຍ, ຄະນະ​ພັກ​ການ​ທະຫານ​ສູນກາງ ​ໄດ້​ຈັກ​ຕັ້ງກອງ​ປະຊຸມ​ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ການປະຕິບັດ​ມະຕິ​ກອງປະຊຸມ​ໃຫຍຄັ້ງ​ທີ 12 ຂອງພັກ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ​ເລຂາຄະນະ​ພັກ​ການ​ທະຫານສູນ​ກາງ​ເປັນ​ປະທານ​ກອງ​ປະຊຸມ. ພ້ອມ​ກັບ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​ມີ​ທ່ານ​ປະທານ​ປະ​ເທດ ​ເຈີ່ນດ້າຍ​ກວາງ, ທ່ານລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ​ໂງ​ຊວນ​ລິກ, ທ່ານຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ ຟ້າ​ມມິ​ງຈີງ.

        ກ່າວຄຳ​ເຫັນ​​​ໄຂກອງ​ປະຊຸມ ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງບັນດາ​ບັນຫາ​ທີ່​ຄະນະ​ພັກ​ການ​ທະຫານ​ສູນ​ກາງ​​ໄດ້​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ຄັ້ງນີ້ ​ເພື່ອ​ແນ​ໃສ່​ຫັນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ມະຕິ​ກອງ​ປະຊຸມ​ອົງຄະ​ນະ​ພັກ​ກອງທັບ​ຄັ້ງ​ທີ 10 ​ເປັນ​ລະອຽດ. ນີ້​ແມ່ນ​ບັນດາ​ເນື້ອ​ໃນສຳຄັນ, ກຳນົດ​ທິດ​ໜ້າ​ທີ່, ກຳ​ນົດຫລັກ​ການ, ຂັ້ນ​ຕອນ​ຊີ້​ນຳ​ນຳພາຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ຄະ​ນະ​ປະຈຳ​ຄະ​ນະ​ພັກ​ການ​ທະຫານ​ສູນ​ກາງ​ໃນ​ຕະຫລອດ​ອາຍຸ​ການ​ ​ໃນ​ທຸກ​ດ້ານ​ວຽກ​ງານ​ຂອງ​ອົງຄະ​ນະ​ພັກ​ກອງທັບ​ ​ແລະ ທົ່ວ​ກອງທັບ.

ຂ່າວ/ບົດ​ອື່ນ