ຄະນະສະມາຊິກສະພາແຫ່ງຊາດແຂວງກວາງບີ່ງຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ

ຄະນະສະມາຊິກສະພາແຫ່ງຊາດແຂວງກວາງບີ່ງຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມ​ວິ​ຫານ
ເຮັດ​ວຽກ​ຢູ່​ແຂວງ ດ່ານັ້ງ
(ພາບ: cadn.com.vn)

(vovworld) – ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ ກວາງ​ບີ່​ງ​ ໃຫ້ການ​ຕ້ອນຮັບ ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມວິ​ຫານ, ທີ່​ພວມຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ແຂວງ ກວາງບີ່​ງ, ທາງພາກ​ກາງ ຫວຽດນາມ. ຕອນ​ບ່າຍ​ວັນ​ທີ 16/4, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມ​ວິ​ຫານ ​ມີ​ການ​ພົບ​ປະກັບ​ທ່ານ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກ​ແຂວງ, ຫົວໜ້າ​ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ບີ່​ງ ຮ່ວາງ​ດັງ​ກວາງ. ນະ​ທີ່ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ລາວ ປາດ​ຖະໜາ​ຢາກ​ໃຫ້ການ​ພົວພັນ​ລະຫວ່າງ​ແຂວງ ກວາງ​ບີ່​ງ ຂອງ ຫວຽດນາມ ​ແລະ ​ແຂວງ ຄຳ​ມ່ວນ ຂອງ ລາວ ນັບ​ມື້​ນັບ​ພັດທະນາ, ​ເພື່ອຜົນ​ປະ​ໂຫຍ​ດລວມຂອງທັງ 2 ປະ​ເທດ. ​​ເນື່ອງໃນ​ໂອກາດ​ນີ້, ຄະນະ​ປະຕິບັດ​ງານ ​ໂດຍ​ທ່ານ ​ໄຊ​ສົມ​ພອນ ພົມ​ວິຫານ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ເສດຖະກິດ ຮ່ອນ​ລາ, ​ເຊິ່ງ​ແມ່ນສະຖານ​ທີ່ພວມ​ຜັນ​ຂະຫຍາຍ​ກໍ່ສ້າງ​ສາງ​ເກັບ​ມ້ຽນສິນຄ້າ ແລະ ລະບົບ​ທໍ່ສົ່ງ​ນ້ຳມັນ​​ແຕ່ທ່າ​ກ່ຳປັ່ນ​ ຮ່ອນ​ລາ (ກວາງ​ບີ່​ງ) ​​ເຖິງແຂວງ ຄຳ​ມ່ວນ.


ຂ່າວ/ບົດ​ອື່ນ