ຄະນະເລຂາສູນກາງພັກຈັດກອງປະຊຸມໃຫ້ຄຳເຫັນກ່ຽວກັບການປະຕິບັດມະຕິສູນກາງພັກຄັ້ງທີ4ຊຸດທີ12

(VOVWORLD) -ວັນທີ 10 ເມສາ ຢູ່ ສຳນັກງານສູນກາງພັກ, ຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມ ໃຫ້ຄຳເຫັນໃສ່ບົດລາຍງານສະຫລຸບໝາກຜົນຂອງ 5 ຄະນະພະນັກງານຂອງຄະນະເລຂາສູນກາງ 

ຄະນະເລຂາສູນກາງພັກຈັດກອງປະຊຸມໃຫ້ຄຳເຫັນກ່ຽວກັບການປະຕິບັດມະຕິສູນກາງພັກຄັ້ງທີ4ຊຸດທີ12 - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງກ່າວຄຳເຫັນທີ່ກອງປະຊຸມ

ພາບ:Vietnam+

ໄດ້ລົງກວດກາເລື່ອງຊີ້ນຳນຳພາ ແລະ ຈັດຕັ້ງການປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ 12 ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ ຕິດພັນກັບມະຕິເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມີນ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນຫນັກວ່າ: ວຽກງານກໍ່ສ້າງພັກໄດ້ຮັບຖືເປັນສຳຄັນກວ່າ, ສະຕິໃນທົ່ວພັກທົ່ວ ປວງຊົນເອົາໃຈໃສ່ກໍ່ສ້າງພັກແມ່ນໄດ້ຍົກສູງຂຶ້ນ, ພິເສດແມ່ນບົດບາດຂອງຜູ້ນຳຫນ້າ. ທ່ານເລຂາທິການໃຫຍ່ ສະເຫນີ: ບັນດາມະຕິ, ຄຳສັ່ງຕ້ອງປະຕິບັດຢ່າງຮອບດ້ານ,ຄົບຊຸດ, ຕ້ອງເດັດດ່ຽວ  ແລະ ຕັ້ງໝັ້ນ ລະດົມທຸກກຳລັງເຂົ້າຮ່ວມ, ໃນນັ້ນ ຍົກສູງບົດບາດຂອງຜູ້ນຳຫນ້າ, ຍູ້ແຮງວຽກງານຕິດຕາມກວດກາ, ໂຄສະນາ, ປະຕິບັດຢ່າງຂ້ຽວຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ