ຄະນະເລຂາອາຊຽນແລະສປຊເພີ່ມທະວີການຮ່ວມມືມຸ່ງໄປເຖິງສັງຄົມສັນຕິພາບແລະວັດທະນາຖາວອນ

ຄະນະເລຂາອາຊຽນແລະສປຊເພີ່ມທະວີການຮ່ວມມືມຸ່ງໄປເຖິງສັງຄົມສັນຕິພາບແລະວັດທະນາຖາວອນ - ảnh 1

(vovworld)- ນີ້​ແມ່ນ​ເນື້ອ​ໃນ ໂດຍ​ຄະ​ນະ​ເລ​ຂາ​ອາ​ຊຽນ ແລະ ສ​ປ​ຊ ເຫັນ​ດີ​ໃນ​ການ​ປະ​ຊຸມ​ທີ່​ດຳ​ເນີນ​ໃນ​ວັນ​ທີ 31/3 ຜ່ານ​ມາ​ຢູ່ ຈາ​ກາ​ຕາ. ສອງ​ຝ່າຍ​ຊີ້​ແຈ້ງວ່າ ການ​ຮ່ວມມ​ື ເພື່ອ​ຊຸກ​ຍູ້​ສັນ​ຕ​ິ​ພາບ, ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ສາ​ກົນ ແມ່ນ​ລັກ​ສະ​ນະ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ອາ​ຊຽນ - ສ​ປ​ຊ. ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ຂ​ົງ​ເຂດ​ສຳ​ຄັນ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ລວມ​ຂອງ ອາ​ຊຽນ ແລະ ສ​ປ​ຊ. ສອງ​ຝ່າຍ​ຢືນ​ຢັນ: ການ​ຮ່ວມ​ມື ແມ່ນ​ສຳ​ຄັນ ແລະ ມີ​ຄວາ​ມ​ຈຳ​ເປັນ​ໃນ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ຄະ​ນະ​ເລ​ຂາ​ອາ​ຊຽນ, ໃນ​ນັ້ນ ການ​ຫນູນ​ຊ່ວຍ​ຂອງ ສ​ປ​ຊ ເພື່ອ​ພັດ​ທະ​ນາ​ລະ​ບົບ​ເອ​ກະ​ສານ​ທາບ​ທາມ ແລະ ຍົກ​ສູງ​ລະ​ບົບ​ການ​ຮັກ​ສາ​ຄວາມ​ລັບ​ໃຫ້​ແກ່ຄະ​ນະ​ເລ​ຂາ​ອາ​ຊຽນ​ຢູ່ ຈາ​ກາ​ຕາ.

ຂ່າວ/ບົດ​ອື່ນ