ຄະນະແພດໝໍດົ່ງນາຍ ຊ່ວຍຄົນເຈັບທຸກຍາກ ແຂວງຈຳປາສັກ


ຄະນະແພດໝໍດົ່ງນາຍ ຊ່ວຍຄົນເຈັບທຸກຍາກ ແຂວງຈຳປາສັກ - ảnh 1

 (ພາບ: baodongnai.com.vn)

 (vovworld)-ຕອນ​ເຊົ້າ​ວັນ​ທີ 5/1, ຄະນະ​ແພດ​ໝໍ​ແຂວງ​ດົ່ງ​ນາຍ ​ໄດ້​ເດີນທາງ​ໄປ​ແຂວງ​ຈຳປາ​ສັກ ​ເພື່ອ​ກວດ ​ແລະ ສະໜອງ​ຢຸກຢາ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ຄົນ​ເຈັບ​ທຸກ​ຍາກ​ປະມານ 5000 ຄົນ​ໃນ​ບໍ​ລິ​ເວນ​ແຂວງ​ຈຳປາ​ສັກ.

  ທ່ານ​ຟ້າ​ມວັນ​ຢຸ້ງ, ຜູ້ອຳນວຍການ​ໂຮງໝໍ​ຫຼາຍ​ຂະ​ແໜງ​ທົງ​ເຍິດ (ດົາງນາຍ)-ຫົວໜ້າ​ຄະນະ​ແພດ​ໝໍ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ຄະນະ​​ແພດ​ໝໍ​ດົ່ງ​ນາຍ ​ໄປ​ຈຳປາ​ສັກ ​ລວມມີ​ທ່ານໝໍ 32 ຄົນ ​ແລະ ​ເອົາ​ມາ​ຢຸກຢາ​ຫຼາຍ​ປະ​ເພດ, ​ໃນ​ນັ້ນມີ​ຢາປິ່ນປົວ​ພະຍາດ​ໝາກ​ຫົວ​ໃຈ, ​ເບົ່າ​ຫວານ, ຄວາມດັນ​ເລືອດ​ສູງ…​ນອກຈາກ​ການກວດ, ປິ່ນປົວ​ພະຍາດ​ແລ້ວ, ຄະນະ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ແລກປ່ຽນ, ໜູນ​ຊ່ວຍ​ຂະ​ແໜງ​ສາທາລະນະ​ສຸກ​ແຂວງ​ຈຳປາ​ສັກ ກ່ຽວ​ກັບ​ດ້ານ​ການ​ແພດ​ປ້ອງ​ກັນ, ຫຼັກ​ອະນາ​ໄມ​ສະບຽງ​ອາຫານ, ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອ​ນມະນຸດ…

  ນີ້​ແມ່ນ​ຄັ້ງທີ 3 ທີ່​ຄະນະແພດໝໍ​ແຂວງ​ດົ່ງ​ນາຍ ​ໄປ​ແຂວງ​ຈຳປາ​ສັກ ​ເພື່ອ​ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ແກ່ ປຊຊ ​ໂດຍ​ບໍ່​ເກັບ​ຄ່າ./.

ຂ່າວ/ບົດ​ອື່ນ