ຄາດຄະເນວ່າປີ 2014 ການສົ່ງອອກຈະເພີ່ມຂຶ້ນຢ່າງແຮງ

ຄາດຄະເນວ່າປີ 2014 ການສົ່ງອອກຈະເພີ່ມຂຶ້ນຢ່າງແຮງ - ảnh 1
ພາບປະກອບ

(vovworld) - ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ, ຄາດໝາຍ​ທີ່​ວາງ​ອອກ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນຄ້າ​ທັງ​ປີ 2014 ຄາດ​ວ່າ​ບັນລຸ​ປະມານ 147 ຕື້ USD, ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ປີ 2013. ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ໃຫ້​ຂໍ້​ສັງ​ເກດ​ວ່າ ປີ 2014 ມີ​ຄວາມ​ສະດວກ​​ແລະກາ​ລະ​ໂອກາດຫຼາຍ​ຢ່າງ​ໃຫ້​ແກ່​ການ​ສົ່ງ​ອອກ, ​ເມື່ອ​ເສດຖະກິດ​ມະຫາ​ພາກ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ​ໄພ​ເງິນ​ເຟີ້ ​ໄດ້​ຮັບ​ການ​ຄວບ​ຄຸມ, ນະ​ໂຍບາຍ​ເງິນຕາ, ​ເງິນຕາ​ຈາກ​ຕ່າງປະ​ເທດ​ຝາກ​ມາ​​ເປັນ​ປົກກະຕິ. ນອກ​ນັ້ນ, ປີ 2014, ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ທີ່​ພວມ​ໄດ້​ຮັບ​ການ​ເຈລະຈາ ​ແລະ ລົງ​ນາມ​ນັ້ນ ຈະ​ປະກອບສ່ວນ​ເປີດ​ກວ້າງ​ຕະຫຼາດ ​ແລະ ຍູ້​ແຮງ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ, ​ໃນ​ນັ້ນ, ​ໜ້າ​ສົນ​ໃຈ​ນັ້ນແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຝິກ (TPP).

ຂ່າວ/ບົດ​ອື່ນ