ຄາດວ່າລະດັບເຕີບໂຕບ້ວງສິ້ນເຊື່ອປີ 2015 ຂອງຫວຽດນາມ ບັນລຸ 13 – 15%

ຄາດວ່າລະດັບເຕີບໂຕບ້ວງສິ້ນເຊື່ອປີ 2015 ຂອງຫວຽດນາມ ບັນລຸ 13 – 15% - ảnh 1
(ທ່າ​ນນາງ​ຮອງ​ຜູ້ວ່າການ​ທະນາຄານ​ແຫ່ງ​ລັດ​ ຫງວຽນ​ທິຮົ່ງ)

(vovworld) – ລະດັບ​ເຕີບ​ໂຕ​ບ້ວງ​ສິນ​ເຊື່ອ​ປີ 2015 ຂອງ​ຫວຽດນາມ ຄາດ​ວ່າບັນ​ລຸ 13 – 15%, ຂໍ້​ມູນ​ຂ່າວ​ດັ່ງກ່າວ​​ໂດຍທ່າ​ນນາງ​ຮອງ​ຜູ້ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ທິຮົ່ງ ຍົກ​ອອກ​ມາ ທີ່​ການ​ປະຊຸມ​ຂ່າວປະຈຳ​ເດືອນ 12 ຂອງ​ທະນາຄານ​ແຫ່ງ​ລັດ​ຫວຽ​ດນາມ, ​ເຊິ່ງດຳ​ເນີນ​​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ຜູ້ຕາງໜ້າ​ທະນາຄານ​ແຫ່ງ​ລັດ​ໃຫ້​ຮູ້​ວ່າ, ​ໄລ່​ຮອດ​ວັນ​ທີ 19/12, ລະດັບ​ເຕີບ​ໂຕ​ບ້ວງ​ສິນ​ເຊື່ອ​ຂອງ​ຫວຽດນາມ ບັນລຸ 11,8%, ​ໃກ້​ກັບ​ຄາດໝາຍ​ກຳນົດ​ທິດ​ທີ່​ໄດ້​ວາງ​ອອກ​ໃຫ້ປີ 2014 ​ແມ່ນ​ແຕ່ 12 – 14%, ທຶນ​ລະດົມ​ເພີ່ມ​ຂຶ້ນ 15%; ອັດຕາ​​ແລກປ່ຽນ ​ແລະ ຕະຫຼາດ​ເງິນຕາ​ສາກົນ​ມີ​ຄວາມ​ໝັ້ນຄົງ​ໂດຍ​ພື້ນຖານ… ກ່ຽວ​ກັບ​ທິດ​ທາງ​ບໍລິຫານ​ຂອງ​ທະນາຄານ​ແຫ່ງ​ລັດ ​ໃນ​ປີ 2015, ທ່ານ​ນາງ ຫງວຽນ​ທິຮົ່ງ ​ໃຫ້​ຮູ້​ວ່າ, ບົນ​ພື້ນຖານ​​ໃກ້ຊິດ​ກັບ​ຄາດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ໝາກຜົນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ໃນ​ປີ 2014, ​ໃນ​ປີ 2015, ທະນາຄານ​ແຫ່ງ​ລັດ ຈະ​ບໍລິຫານ​ດອກ​ເບ້ຍ ​ແລະ ອັດຕາ​ແລກປ່ຽນ​​ໃຫ້​ເໝາະ​ສົມ​ກັບ​ການ​ຜັນ​ແປ​ດ້ານ​ເສດຖະກິດ​ມະຫາ​ພາກ, ​ເງິນຕາ, ພິ​ເສດ​ແມ່ນ​ການ​ຜັນ​ແປຂອງ​ໄພ​ເງິນ​ເຟີ້, ຮັບປະກັນ​ຄຸນ​ຄ້າ​ສະກຸນ​ເງິນ​ດົງ​ຂອງ​ຫວຽດນາມ. ພ້ອມ​ກັນ​ນັ້ນ ​ແມ່ນ​ຍູ້​ແຮງ​ລະດັບ​ການ​ແກ້​ໄຂ​ໜີ້​ເສຍ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິນ​ເຊື່ອ, ຮັບປະກັນ​ປະຕິບັດວິວັດ​ການ​ປະຕິບັດຂອງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິນ​ເຊື່ອ​ຄືນ​ໃໝ່ ​ໄລຍະ 2011 – 2015 ​ແລະ ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ບັນດາ​ນະ​ໂຍບາຍ​ມະຫາ​ພາກ​ອື່ນໆ.

ຂ່າວ/ບົດ​ອື່ນ