ຄຳກ່າວເຕືອນໃຫ້ນັກທ່ອງທ່ຽວຫວຽດນາມເມື່ອຢາກໄປທ່ອງທ່ຽວຢູ່ອີຢິບແລະໄຕ້ຫວັນ (ຈີນ)

(VOVWORLD) -ວັນທີ 11 ມິນາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ມີເອກະສານສົ່ງເຖິງບັນດາວິສາຫະກິດເຮັດບໍລິການ ທ່ອງທ່ຽວສາກົນ ກ່ຽວກັບຄວາມຂາດສະຖຽນລະພາບຢູ່ອີຢິບ ຫວ່າງມໍ່ໆມານີ້.

ໃນໄລຍະຜ່ານມາ, ໄດ້ເກີດເຫດວາງລະເບີດກໍ່ການຮ້າຍຢ່າງລຽນຕິດແນໃສ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງອີຢິບ ເຮັດໃຫ້ຄວາມສະຫງົບຢູ່ປະເທດນີ້ຂາດສະຖຽນລະພາບ. ເພື່ອຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວຫວຽດນາມ ເມື່ອໄປທ່ອງທ່ຽວຕ່າງປະເທດ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດດຳເນີນທຸລະກິດທ່ອງທ່ຽວສາກົນ ຄວນຊັ່ງຊາເລື່ອງຈັດບັນດາລາຍການທ່ອງທ່ຽວໄປອີຢິບ ໃນຈຸດເວລານີ້ເພື່ອສະກັດກັ້ນການເກີດເຫດ.

        ກ່ອນໜ້ານັ້ນ, ກົມໃຫຍ່ທ່ອງທ່ຽວ ກໍ່ມີເອກະສານກ່າວເຕືອນນັກທ່ອງທ່ຽວບໍ່ໄດ້ນຳເອົາບັນດາຜະລິດຕະພັນເຮັດຈາກຊີ້ນໝູເມື່ອເຂົ້າເມືອງໄຕ້ຫວັນ (ຈີນ). ກໍລະນີລະເມີດຈະຖືກປັບໄໝ ແລະ ຫ້າມເຂົ້າເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ