ຄຳສັ່ງຂອງຄະນະເລຂາ ກ່ຽວກັບຜັນຂະຫຍາຍ ການປະຕິບັດລັດຖະທຳ ມະນູນ

ຄຳສັ່ງຂອງຄະນະເລຂາ ກ່ຽວກັບຜັນຂະຫຍາຍ ການປະຕິບັດລັດຖະທຳ ມະນູນ - ảnh 1
(ທ່ານ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ)

(vovworld) - ວັນ​ທີ 03/01, ​ໂດຍ​ຕາງໜ້າ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ, ​ໄດ້​ເຊັ່ນ​ປະກາດ​ມະຕິ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການປະຕິບັດລັດຖະທຳ​ມະນູ​ນ​ແຫ່ງ ສສ ຫວຽດນາມ. ​ເຊິ່ງຕາມ​ນັ້ນ​ແລ້ວ, ວັນ​ທີ 28/11/2013, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ຮັບຮ​ອງ​ເອົາ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ, ທີ່​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 01/01/2014 ​ເປັນ​ຕົ້ນ​ໄປ. ລັດຖະທຳ​ມະນູນ​ແມ່ນ​ເອກະສານ​ສຳຄັນ​ພິ​ເສດ, ​ສ່ອງ​ແສງ​ໃຫ້​ເຫັນ​ເຈດ​ຈຳນົງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ສ້າງ​ພື້ນ​ຖານ​ດ້ານ​ການ​ເມືອງ, ກົດໝາຍ​ທີ່​ໝັ້ນ​ຄົງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​, ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່. ​ເລື່ອງ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ ​​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ.

        ຄະນະ​ເລຂາໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດ, ​ລັດຖະບານ ​ແລະ ​ບັນ​ດາ​ອົງການ​ຍຸຕິ​ທຳ, ບັນດາ​ກະຊວງ, ຂະ​ແໜງ​ການ​ຢູ່ຂັ້ນ​ສູນ​ກາງ, ຄະນະ​ພັກ​ແຂວງ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ການ​ເມືອງ - ສັງຄົມ ຈັດ​ຕັ້ງການ​ຊາບ​ຊື​ມ ​ແລະ ຊີ້​ນຳ, ກະຕຸກ​ຊຸກຍູ້​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ ປະຕິບັດ​ໜ້າ​ທີທີ່​ໄດ້​ຮັບ​ມອບ​ໝາຍຢ່າງ​ເຂັ້ມ​ງວດ ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດທີ່ກຳນົດ​ບາງ​ຂໍ້ປະຕິບັດ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ​ແລະ ​ແຜນ​ການ​ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຮີບ​ເຮັ່ງ​ສ້າງ​ແຜນການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ຂອງ​ອົງການ, ອົງການ​ຈັດ​ຕັ້ງ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ