ງານ Carnaval ຫ້າລອງ 2012

ງານ Carnaval ຫ້າລອງ 2012 - ảnh 1
 ໜຶ່ງໃນບັນດາການເຄື່ອນໄຫວ Carnaval ຫ້າ​ລອງ
 ( ພາບ: Internet)


Vovworld- ງານ Carnaval ຫ້າ​ລອງ 2012 ​ແລະ​ພິທີ​ຊົມ​ເຊີຍ​ອ່າວຫ້າ​ລອງ​ກາຍ​ເປັນ​ສິ່ງ​ມະຫັດສະຈັນ​ມຳມະ​ຊາດ​ໃໝ່​ຂອງ​​ໂລກ​ຖືກຈັດ​ຂຶ້ນ​ໃນ​ຕອນຄ່ຳ​ວັນ​ທີ 1/5 ຢູ່ນະຄອນ​ຫ້າ​ລອງ ​ແຂວງ​ກວາງ​ນິງ. ນີ້​ແມ່ນ 2 ​ເຫດການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ໃນ​ຈຳນວນ 16 ​ເຫດການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ທ່ອງ​ທ່ຽວ​ຫ້າລອງ 2012 ຖືກ​ດຳ​ເນີນ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ງານ​ບຸນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກສະ​ແດງ, ສິລະ​ປິ​ນ ​ແລະ ມະຫາຊົນ ​ເກືອ​ບ 3800 ຄົນ ​ແລະ 3 ຄະນະ​ສາກົນ​ທີ່​ມາ​ຈາກ ສ.​ເກົາຫຼີ, ຈີນ​ ​ແລະ ລາວ. ພິ​ເສດ, ດ້ວຍ​ຫົວ​ເລື່ອງ​ວ່າ “ ຫ້າ​ລອງ-​ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ” ງານ Carnaval ຫ້າ​ລອງ 2012 ສະ​ແດງ​ໃຫ້​ເຫັນສີສັນ​ຂອງ 24 ຊົນ​ເຜົ່າ​ທີ່​ພວມ​ດຳລົງ​ຊີວິດຢູ່​ແຂ​ວງ ກວາງ​ນິງ. ທ່ານ Ha Quang Long ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ-ກິລາ ​ແລະ​ທ່ອງ​ທ່ຽວ ​ແຂວງ​ກວາງ​ນິງ​ໃຫ້​ຮູ້​ວ່າ : “ງານ Carnaval ຫ້າ​ລອງ 2012 ສະ​ແດງ​ໃຫ້​ເຫັນ​ສີສັນ​ວັດທະນະທຳ​ບັນດາ​ທ້ອງ​ຖິ່ນ​ໃນ​ແຂວງ​ກວາງ​ນິງ. ນັ້ນ​ແມ່ນບັນດາ​ຜະລິດ​ຕະພັນ​ເປັນ​ເອກະລັກ​ສະ​ເພາະ​ຂອງ ແຂວງ​ກວາງ​ນິງ, ​ແມ່ນ​ການ​ປະ​ສົມປະສານ ​ຢ່າງ​ກົມ​ກ່ຽວລະຫວ່າງລັກສະນະ​ປະ​ເພນີ ​ແລະ ທັນ​ສະ​ໄໝ, ອັນ​ສ້າງ​ເປັນ ງານ Carnaval ຫ້າ​ລອງ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ສະ​ແດງ​ໃຫ​້​ເຫັນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ພັດທະນາ​ຂອງ​ ແຂວງ​ກວາງ​ນິງ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ”

ຂ່າວ/ບົດ​ອື່ນ