ງານ​ຕະຫຼາດ​ນັດ ລະ​ດູ​​ໄບ​ໄມ້ຫຼົ່ນ 2025 ສືບ​ຕໍ່​ປະ​ສົບ​ຜົນ​ສຳ​ເລັດ​ຂອງ​ງານ​ວາງ​ສະ​ແດງ​ຜົນ​ງານ​ຂອງ​ປະ​ເທດຊາດ​ໃນ​ໄລ​ຍະ 80 ປີ

(VOVWORLD) - ງານຕະຫຼາດນັດມີເປົ້າໝາຍຊຸກຍູ້ການພັດທະນາຕະຫຼາດພາຍໃນປະເທດ, ສົ່ງເສີມການບໍລິໂພກ, ເຊື່ອມຕໍ່ການສະໜອງຄວາມຕ້ອງການ, ເຊື່ອມຕໍ່ບັນດາລະບົບສະໜອງ. 
ງານ​ຕະຫຼາດ​ນັດ ລະ​ດູ​​ໄບ​ໄມ້ຫຼົ່ນ 2025 ສືບ​ຕໍ່​ປະ​ສົບ​ຜົນ​ສຳ​ເລັດ​ຂອງ​ງານ​ວາງ​ສະ​ແດງ​ຜົນ​ງານ​ຂອງ​ປະ​ເທດຊາດ​ໃນ​ໄລ​ຍະ 80 ປີ - ảnh 1ທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວຄຳເຫັນທີ່ ການຖະແຫຼງຂ່າວ  (ພາບ: VOV)

ງານຕະຫຼາດນັດລະດູໄບໄມ້ຫຼົ່ນ 2025 ດ້ວຍຂອບຂະໜາດໃຫຍ່ ຈະໄດ້ຈັດຂຶ້ນນັບແຕ່ວັນທີ 26 ຕຸລາ ຫາວັນທີ 4 ພະຈິກຢູ່ສູນງານວາງສະແດງ ຫວຽດນາມ (ຮ່າໂນ້ຍ) ເພື່ອສືບຕໍ່ຜົນສຳເລັດຂອງງານວາງສະແດງຜົນງານປະເທດຊາດ “80 ປີແຫ່ງວິວັດການ ເອກະລາດ - ເສລີພາບ - ຄວາມຜາສຸກ” (A80). ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ການຖະແຫຼງຂ່າວປະຈຳໄຕມາດທີ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 8 ຕຸລາ ຢູ່ຮ່າໂນ້ຍ. ດ້ວຍສານ “ເຊື່ອມຕໍ່ມະນຸດກັບການຜະລິດ, ດຳເນີນທຸລະກິດ”, ງານຕະຫຼາດນັດລະດູໄບໄມ້ຫຼົ່ນ 2025 ໄດ້ແບ່ງປັນ 5 ເຂດຫຼັກ. ງານຕະຫຼາດນັດມີເປົ້າໝາຍຊຸກຍູ້ການພັດທະນາຕະຫຼາດພາຍໃນປະເທດ, ສົ່ງເສີມການບໍລິໂພກ, ເຊື່ອມຕໍ່ການສະໜອງຄວາມຕ້ອງການ, ເຊື່ອມຕໍ່ບັນດາລະບົບສະໜອງ. ທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນໜັກວ່າ:

ນີ້ບໍ່ພຽງແຕ່ແມ່ນເຫດການກ່ຽວກັບການສົ່ງເສີມການຄ້າເທົ່ານັ້ນ ຫາກຍັງມີຄວາມໝາຍດ້ານການເມືອງ, ເສດຖະກິດ, ສັງຄົມ ແລະກໍ່ແມ່ນວັນບຸນສືບຕໍ່ຜົນສຳເລັດຂອງເຫດການງານວາງສະແດງ A80, ດັ່ງນັ້ນພວກເຮົາພ້ອນກັພະຍາຍາມເຮັດແນວໃດເພື່ອໃຫ້ວຽກງານໂຄສະນາສື່ສານ ແຜ່ກະຈາຍເປັນວົງກວ້າງໃນປະຊາຊົນ, ຜູ້ບໍລິໂພກແຕ່ລະຄົນ, ພ້ອມກັບວິສາຫະກິດເພື່ອສ້າງຜົນສຳເລັດຂອງ ງານວາງສະແດງລະດູໄບໄມ້ຫຼົ່ນ ປີ 2025

ຕອບກັບ

ຂ່າວ/ບົດ​ອື່ນ