ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ 2014: ສຸມໃສ່ກະຕຸກຄວາມຕ້ອງການດ້ານການທ່ອງທ່ຽວ

ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ 2014: ສຸມໃສ່ກະຕຸກຄວາມຕ້ອງການດ້ານການທ່ອງທ່ຽວ - ảnh 1ງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ 2014: ສຸມໃສ່ກະຕຸກຄວາມຕ້ອງການດ້ານການທ່ອງທ່ຽວ - ảnh 2
(ພາບປະກອບ)

(vovworld) - ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຫວຽດນາມ (VITM) 2014 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 03/04, ຢູ່​ຮ່າ​ໂນ້ຍ, ​ເຊິ່ງ​ແມ່ນ​ເຫດການ​ສົ່ງ​ເສີມ​ການທ່ອງທ່ຽວ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2014. ຈຸດ​​ແຕກ​ຕ່າງ​ໃຫຍ່​ກວ່າ​ໝູ່​ຂອງງານ​ຕະຫຼາດນັດ VITM 2014 ​ແມ່ນ​ສຸມ​ໃສ່​ຕົ້ນ​ຕໍ່ເຂົ້າ​ໃນ​ການ​ກະຕຸກ​ຊຸກ​ຍູ້​ຄວາມ​ຕ້ອງການ​ດ້ານ​ການທ່ອ​ງ​ທ່ຽວ ​ແລະ ພັດທະນາ​ການທ່ອງທ່ຽວ​ຢ່າງມີ​ຄວາມ​ຮັບຜິດຊອບ. ວິ​ສາ​ຫະກິດທຸກໆ​ແຫ່ງ​ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ ລ້ວນ​ແຕ່​ນຳ​ຜະລິດ​ຕະພັນ​ສົ່ງ​ເສີມ. ປີ 2014 ນີ້, ມີ​ບັນດາ​ລາຍການ, ຜະລິດ​ຕະພັນ​ສົ່ງ​ເສີມ ​ໄດ້​ຍົກ​ອອກ​ມາ ດ້ວຍ​ລາຄາ​ທີ່​ເໝາະ​ສົມ. ທ່ານ ຫງວຽນ​ກົງ​ຮວານ, ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ Hanoi Redtours ​ໃຫ້​ຮູ້​ວ່າ.

        “​ໃນ​ໂອກາດ​ນີ້, ສຳພັນທະ​ມິດ​ກະຕຸກ​ຄວາມ​ຕ້ອງການ​ໄດ້​ຜັນ​ຂະຫຍາຍ​ດ້ວຍ​ຈຳນວນ​ເກືອບ 8000 ການບໍລິການ. ​ແຕ່​ກອນ​ມາ​ຮອດ​ປະຈຸ​ບັນ, ຖ້າ​ຫາກ​ງານ​ຕະຫຼາດນັດ​ມີພຽງ​ລັກສະນະ​ແນະນຳນັ້ນ, ​ໃນງານ​ຕະຫຼາດນັດ​ຄັ້ງ​ນີ້, ນອກຈາກ​ການ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າຮູບ​ພາບ​ຂອງ​ບັນດາ​ບໍລິສັດ, ງານ​ຕະຫຼາດນັດຍັງ​​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ສະໜອງ​ການ​ບໍລິການ​ໄດ້​ພົບ​ປະ​ແລກປ່ຽນ, ລົງ​ນາມ​ສັນຍາ​ທ່ອງທ່ຽວ, ມວນຊົນ​ກໍ່​ສາມາດ​ຊື້​ບັນດາ ລາຍການ ທ່ອງ​ທ່ຽວ​ດ້ວຍ​ລາຄາ​ຖືກແລະ ຮັບປະກັນ​ຄຸນະພາບ”.


ຂ່າວ/ບົດ​ອື່ນ