ງານບຸນ ກາເຕ 2016 ພວມດຳເນີນໄປຢ່າງຟົດຟື້ນຢູ່ແຂວງບິ່ງທ້ວນ

ງານບຸນ ກາເຕ 2016 ພວມດຳເນີນໄປຢ່າງຟົດຟື້ນຢູ່ແຂວງບິ່ງທ້ວນ - ảnh 1
ງານ​ບຸນ​ ກາ​ເຕຂອງ​ຊາວ​ເຜົ່າ ຈຳ
(ພາບ: TTXVN)


(vovworld) - ງານ​ບຸນ​ ກາ​ເຕຂອງ​ຊາວ​ເຜົ່າ ຈຳ (​ໄຂ​ຂຶ້ນ​ໃນ​ວັນ​ທີ 30/9) ​ເພື່ອ​ແນ​ໃສ່​ອາ​ໄລ​ຫາ​ບັນດາ​ເທວະ​ດາ​ຟ້າ​ແຖນ ​ແລະ ພາວະນາ​ໃຫ້​ຄູ່​ບ່າວ​ສາວມີ​ຄວາມ​ປອງ​ດອງ, ມະນຸດ ​ແລະ ສັດສາ​ວາ​ສິ່ງ​ຈະ​ເລີ​ນພັນ, ກໍ່​ຄື​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ​ເຂົ້າ​ຮ່ວມ​ງານ​ບຸນ​ມີ​ບັນດາ​ຍົດ​ຖາ​ບັນດາສັກ​ສາສະ​ໜາ ​ແລະ ຊາວ​ຈຳ​ບັນດາ​ເມືອງ ບັກ​ບິ່ງ, ຕູຍ​ຟອງ, ຮ່າ​ມທ້ວນບັກ, ​ແຕ໋ງລິງ, ນະຄອນ ຟານ​ທຽດ​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທ່ານ​ນາງ ຫວໍ​ຮ່ວາງ​ຕວຽດລິງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ບິ່ງ​ທ້ວນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ ກາ​​ເຕ 2016, ​ໃຫ້​ຮູ້​ວ່າ:

“​ໃນ ງານ​ບຸນ​ ກາ​ເຕ  2016, ພວກ​ຂ້າພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ປະຊາຊົນ​ເມືອງ​ຕ່າງໆ​ມາ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ໂອກາດ​ນີ້​ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ຂົນຂວາຍ​ບັນດາ​ນັກ​ອຸປະຖຳ​ມີ​ຂອງຂວັນ​ເພື່ອ​ມອບ​ໃຫ້​ບັນດາ​ຍົດ​ສັກ, ນັກສິລະ​ປະການຊາວ​ເຜົ່າ​ຈຳ​ອີກ“.

    ງານ​ບຸນ​ ກາ​ເຕ ຂອງ​ຊາວ​ເຜົ່າ ຈຳ ຖືກ​ດຳ​ເນີນ​ໃນ​ບໍລິ​ເວນ​ກວ້າງຂວາງ, ຈາກ​ທາດ​ລົງ​ສູ່​ໝູ່​ບ້ານ ​ແລະ ​ແຕ່​ລະ​ຄອບຄົວ, ສ້າງ​ເປັນ​ງານ​ບຸນ​ຂະໜາດ​ໃຫຍ່. ​ໃນ 15 ກວ່າ​ປີ​ທີ່​ຜ່ານ​ມາ, ງານ​ບຸນ​ ກາ​ເຕ ຢູ່​ທາດ Po Sah Inu ​ແຂວງ ບິ່ງ​ທ້ວນ ​ໄດ້​ການ​ເປັນ​ຈຸ​ນັດ​ພົບ​ຂອງ​ບັນດາ​ຜູ້​ນິຍົມ​ວັດທະນະທຳ ຈຳ ທັງ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ພັນ​ຄົນ.

ຂ່າວ/ບົດ​ອື່ນ