ງານບຸນ ອາຫານການກິນ ອາຊຽນ ແລະ ບັນດາຄູ່ຮ່ວມມືປີ 2018

(VOVWORLD) - ຄະນະເລຂາສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດຕັ້ງງານບຸນອາຫານການກິນ ອາຊຽນ ແລະ ບັນດາຄູ່ເຈລະຈາປີ 2018 ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາປະເທດ...

ວັນທີ 10 ເມສາ, ຄະນະເລຂາສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດຕັ້ງງານບຸນອາຫານການກິນ ອາຊຽນ ແລະ ບັນດາຄູ່ເຈລະຈາປີ 2018 ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາປະເທດ ກໍ່ຄືສ້າງກອງທຶນສະໜັບສະໜູນເດັກນ້ອຍທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກຂອງ ອາຊຽນ.

        ເຫດການໄດ້ຈັດຕັ້ງທີ່ສຳນັກງານຂອງຄະນະເລຂາ ອາຊຽນ ຢູ່ ນະຄອນຫຼວງ ຈາກາຕາ, ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມືນັ້ນແມ່ນ: ການາດາ, ສ. ເກົາຫຼີ, ອົດສະຕາລີ, ລັດເຊຍ, ຈີນ, ນິວຊີແລນ, ອິນເດຍ, ອາເມລິກາ, ຍີ່ປຸ່ນ ແລະ ສະຫະພາບເອີລົບ (EU).

        ທີ່ເຫດການນີ້, ແຕ່ລະປະເທດເຂົ້າຮ່ວມໄດ້ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງປະເທດຕົນ ແລະ ໄດ້ວາງຂາຍດ້ວຍລາຄາເປັນກັນເອງ. ສະຖານທູດ ຫວຽດນາມ ເຂົ້າຮ່ວມງານບຸນດ້ວຍເຍື່ອງອາຫານ ເຝີ ທີ່ແຊບນົວ. ເຍື່ອງອາຫານນີ້ໄດ້ດຶງດູດຄວາມສົນໃຈຂອງບັນດາເຈົ້າໜ້າທີ່ກໍ່ຄືແຂກເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ