ງານບຸນ “ແຫ່ຄົນ” ທີ່ເປັນເອກະລັກສະເພາະຂອງ ກວາງນີງ ກາຍເປັນມໍລິດົກບໍ່ເປັນວັດຖຸລະດັບຊາດ

(VOVWORLD) - ງານບຸນແຫ່ຄົນທີ່ຍັງມີຊີວິດ ແມ່ນຮູບແບບເຊີດຊູທີ່ເປັນເອກະລັກສະເພາະ, ອາດເວົ້າໄດ້ວ່າມີໜຶ່ງດຽວໃນປະເທດເຮົາ.
ງານບຸນ “ແຫ່ຄົນ” ທີ່ເປັນເອກະລັກສະເພາະຂອງ ກວາງນີງ ກາຍເປັນມໍລິດົກບໍ່ເປັນວັດຖຸລະດັບຊາດ - ảnh 1 ພິທີຮັບໃບຢັ້ງຢືນ

ຕອນເຊົ້າວັນທີ 20 ກຸມພາ (ກົງກັບວັນທີ 5 ຂອງບຸນເຕັດ), ແຂວງ ກວາງນີງ ໄດ້ຈັດຕັ້ງພິທີຕ້ອນຮັບໃບຢັ້ງຢືນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ໄຂງານບຸນ ຕຽນກົງ 2018. ນີ້ແມ່ນງານບຸນ “ແຫ່ຄົນ” ທີ່ເປັນເອກະລັກສະເພາະເຂັ້ມຂຸນໄປດ້ວຍສີສັນວັດທະນະທຳມູນເຊື້ອຂອງປະຊາຊົນຢູ່ເຂດປາກທະເລ ແບກດັ່ງ.

        ທ່ານ ນົງກວກແທ່ງ, ຮອງຫົວໜ້າກົມມໍລະດົກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢັ້ງຢືນວ່າ:

        “ນີ້ແມ່ນງານບຸນທີ່ເປັນເອກະລັກສະເພາະບໍ່ພຽງແຕ່ຂອງແຂວງ ກວາງນີງ ເທົ່ານັ້ນ, ຫາກຍັງເປັນຂອງທົ່ວປະເທດອີກດ້ວຍ. ງານບຸນແຫ່ຄົນທີ່ຍັງມີຊີວິດ ແມ່ນຮູບແບບເຊີດຊູທີ່ເປັນເອກະລັກສະເພາະ, ອາດເວົ້າໄດ້ວ່າມີໜຶ່ງດຽວໃນປະເທດເຮົາ. ພວກຂ້າພະເຈົ້າຫວັງວ່າ ມໍລະດົກນີ້ຈະໄດ້ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ຊຶ່ງຈະປະກອບສ່ວນໃຫ້ປະຊາຄົມ ກໍ່ຄືອຳນາດການປົກຄອງທຸກຂັ້ນ ມີບັນດາມາດຕະການ, ການກະທຳລະອຽດ ເພື່ອອະນຸລັກຮັກສາມໍລະດົກນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ