ງານບຸນດອກຊາເຫຼືອງຢູ່ກວາງນິງ: ໂຄສະນາ, ເຊີດຊູຢາສະໜູນໄພທີ່ລ້ຳຄ່າ

(VOVWORLD) -ວັນທີ 05 ມັງກອນ, ຢູ່ເທດສະບານ ບາແຈ, ເມືອງບາແຈ, ແຂວງກວາງນິງ, ປະຊາຊົນ ແລະ ນັກທ່ອງທ່ຽວສາມາດເຊື່ອມຕົວເຂົ້າໃນບັນຍາກາດຂອງງານບຸນດອກຊາເຫຼືອງ ຂອງປະຊາຊົນບັນດາເຜົ່າເຂດພູສູງຢູ່ທີ່ນີ້.

ງານບຸນດອກຊາເຫຼືອງຢູ່ກວາງນິງ: ໂຄສະນາ, ເຊີດຊູຢາສະໜູນໄພທີ່ລ້ຳຄ່າ - ảnh 1 ງານບຸນດອກຊາເຫຼືອງຢູ່ກວາງນິງ: ໂຄສະນາ, ເຊີດຊູຢາສະໜູນໄພທີ່ລ້ຳຄ່າ

(ພາບ: baoquangninh.com.vn)

ງານບຸນດອກຊາເຫຼືອງ ຖືກດຳເນີນໃນລະຫວ່າງວັນທີ 05 – 07 ມັງກອນ. ໃນຂອບເຂດງານບຸນດອກຊາເຫຼືອງ, ຜູ້ເຂົ້າຮ່ວມສາມາດຢ້ຽມຊົມບັນດາຮ້ານວາງສະແດງ ແລະ ຂາຍຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຕ່ລະຕາແສງຢູ່ ບາແຈ ແລະ ບັນດາທ້ອງຖິ່ນ; ຢ້ຽມຊົມຕົ້ນດອກຊາເຫຼືອງ 170 ຕົ້ນທີ່ພວມອອກດອກ; ຊິມລົດຊາດຂອງດອກຊາເຫຼືອງ, ກໍ່ຄືອາຫານການກິນຂອງບາແຈ.

        ຕາມ “Camellia International Journal” - ວາລະສານຄົ້ນຄວ້າກ່ຽວກັບດອກຊາເຫຼືອງຂອງໂລກແລ້ວ, ບັນດາທາດຂອງດອກຊາເຫຼືອງສາມາດກີດຂວາງການຂະຫຍາຍຂອງບັນດາກ້ອນເບົາເຖິງ 33,8%; ຊ່ວຍຫຼຸດປະລິມານ cholesterol ໃນເລືອດເຖິງ 35%.

ຕອບກັບ

ຂ່າວ/ບົດ​ອື່ນ