ງານບຸນດອກໄມ້ ລະດູບານໃໝ່ປີ ມະໂຣງ 2012 ຢູ່ນະຄອນ ໂຮ່ຈິມິນ

ງານບຸນດອກໄມ້ ລະດູບານໃໝ່ປີ ມະໂຣງ 2012 ຢູ່ນະຄອນ ໂຮ່ຈິມິນ - ảnh 1
( ພາບ : http://www.info.vn )

ງານ​ບຸນ​ດອກ​ໄມ້​ລະດູບານ​ໃຫມ່​ປີ​ມະ​ໂຣງ 2012 ​ໄດ້​ໄຂ​ຂຶ້ນ​ຢູ່​ສວນສາທາລະນະ ຕາວ​ດ່ານ ນະຄອນ ​ໂຮ່ຈິ​ມີນ​ໃນ​ຕອນ​ຄຳ່​ວັນ​ທີ 18/1. ງານ​ບຸນ​ດອກ​ໄມ້​ປີ​ນີ້​ໄດ້​ແບ່ງ​ເປັນ​ສາມ​​ເຂດ​ຕົ້ນຕໍຄື: ​ເຂດ​ຮັບ​ໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ພິທີງານ​ບຸນ, ການ​ສະ​ແດງ​ສິລະ​ປະ​ດົນຕີ ​ແລະ ສອງ​ເຂດ​​ແມ່ນ​ວາງສະ​ແດງ​ດອກ​ໄມ້, ປາປະດັບ, ຫີນ​ສິລະ​ປະ​ຂອງ​ບັນດາ​ນັກ​ຈິດຕະກອນ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ. ​ບັນດາ​ຜະລິດ​ຕະພັນ, ວັດ​ຖຸພັນ​ທີ່​ນຳ​ມາ​ວາງສະ​ແດງ​ໃນ​ງານ​ບຸນ​ປີ​ນີ້​ສ່ວນ​ຫລາຍ​ແມ່ນ​ພັນ​ລະນາ​ເຖິງ​ຮູບ​ພາບ​ໂຕ​ມັງກອນ ​ແລະ ​ເຊີດ​ຊູ

ດ​ອກບົວແມ່ນດອກ​ໄມ້​ປະຈຳຊາດ​ຂອງ​​ຫວຽດນາມ.  ອ້າຍ ຫງວຽນ​ແອນ​ຢູ໋ງ ນັກ​ທ່ອງ​ທ່ຽວ​ມາ​ຈາກ ນະຄອນ ຍາ​ຈາງ ​ເຂົ້າ​ຮ່ວມ​ງານ​ບຸນ​ໃຫ້​ຮູ້​ວ່າ:

“ປີ​ນີ້ ທັງ​ຄອບຄົວ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ດອກ​ໄມ້​ລະດູບານ​ໃຫມ່​ ຢູ່ ຕາວ​ດ່ານ ​ແລະ ​ເຫັນ​ວ່າ ​ງານບຸນປີນີ້ແມ່ນ​ອຸດົມສົມບູນທີ່ສຸດດ້ວຍດ​ອກ​ໄມ້​, ຕົ້ນ​ໄມ້​ປະດັບ​ເອ້ສວຍ​ງາມ​ຫລາຍ​ຊະນິດ. ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່ ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ໝົດ​ທຸກ​ຄົນ​ມີ​ໂຊກ​ມີ​ໄຊ ​ແລະ ປ​ະ​ເທດ​ຊາດ​ພັດທະນາ.“

 ງານ​ບຸນ​ດອກ​ໄມ້​ດັ່ງກ່າວ​ຈະ​​ຮັບ​ໃຊ້​ປະຊາຊົນ​ຮອດ​ວັນ​ທີ 28/1/2012.
ຂ່າວ/ບົດ​ອື່ນ