ງານບຸນດອກໄມ້, ໜັງສືພິມລະດູ ບານໃຫ່ມ 2014


ງານບຸນດອກໄມ້, ໜັງສືພິມລະດູ ບານໃຫ່ມ 2014 - ảnh 1

(ພາບ: tienphong.vn)

 (vovworld)- ​​​ ວັນທີ 27/1, ຢູ່​ແຂວງ​ນາມ​ດິ້ງ, ​ໄດ້​​ໄຂ​ງານ​ວາງສະ​ແດງ​ໜັງສືພິມ​ລະດູບານ​ໃໝ່, ປີ​ມະ​ເມຍ 2014. ງານ​ວາງສະ​ແດງ​ມີ​ການ​ເຂົ້າຮ່ວມ​ຂອງ​ໜັງສືພິມ, ວາລະສານ​ລະດູບານ​ໃໝ່​ຂອງ 500 ອົງການ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ ຊື່​ງ​ໄດ້​​ແນະນຳພາບ​ພົດ​ຂອງ​ປະ​ເທດ​ຊາດ​ຫວຽດນາມ ​ທີ່​ມີ​ຊີວິດ​ຊີວາ ​ແລະ ​ໄດ້​ເຕື້ອງ​ເຖິງ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ.

  ​ໃນ​ໂອກາດ​ນີ້, ປຊຊ ນັບ​ໝື່ນໆຄົນ​ໄດ້​ລັ່ງ​ໄຫຼ​ເຂົ້ານະຄອນ​ຕາມ​ກີ່ ​ແຂວງ​ກວາງ​ນາມ ​ເພື່ອ​ຮັບ​ຊົມ​ງານ​ບຸນ​ດອກ​ໄມ້, ໜັງສືພິມ​ລະດູ​ບານ​ໃໝ່​ປີ 2014 ດ້ວຍ​ໜັງສືພິມ, ວາລະສານ​ກ່ວາ 250 ປະ​ເພດ​ຂອງ​ສູນ​ກາງ ​ແລະ  63 ​ແຂວງ​ນະຄອນ​ໃນ​ທົ່ວ​ປະ​ເທດ. ງານ​ບຸນ​ດອກ​ໄມ້​ລະດູບານ​ໃໝ່ປີ​ນີ້​ໄດ້​ວາງສະ​ແດງ, ​ແນະນຳ​ບັນດາ​ຕົ້ນ​ໄມ້​ປະດັບ, ຫິນ​ສິລະ​ປະ, ປາປະ​ດັບ….ສ່ວນຢູ່​ສວນ​ດອກ​ໄມ້​ນະຄອນ​ດ່າ​ລາດ ​ແຂວງ​ເລິ​ມດົ່ງ ​ໄດ້​ໄຂງານ​ບຸນ​ດອກ​ໄມ້​ລະດູບານ​ໃໝ່ປີ​ມະ​ເມຍ ດ້ວຍ​ບັນດາ​ຊະນິດ​ຕົ້ນ​ໄມ້, ດອກ​ໄມ້​ໃໝ່ ​ແລະ ຫາ​ຍາກ…/.

ຂ່າວ/ບົດ​ອື່ນ