ງານບຸນຕົ້ນລະດູບານໃໝ່ໄດ້ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ

ງານບຸນຕົ້ນລະດູບານໃໝ່ໄດ້ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ - ảnh 1
ງານບຸນລົງໄຮ່ໄຖນາຢູ່ ຮ່ານາມ
(ພາບປະກອບ)


(vovworld) – ​ເນື່ອງ​ໃນ​ໂອກາດ​ຕົ້ນ​ປີ​ໃໝ່ ປີ​ມະ​ເມຍ 2014 ​ແລະ ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ ກອມ​ມູນິດ ຫວຽດນາມ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການ​ທ່ອງ​ທ່ຽວ​ແຂວງ ດັກ​ລັກ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ກຣົງ ອານາ ຈັດ​ຕັ້ງ​ບຸນຊ່ວງ​ເຮືອ​ທີ່​ເປັນ​ມູນ​ເຊື້ອ​ຄັ້ງ​ທີ 7. ການ​ເຄື່ອນ​ໄຫວ​ດັ່ງກ່າວ​​ເພື່ອ​ແນ​ໃສ່​ຕອບ​ສະໜອງ “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2014 ​ໄຕ​ງວຽນ - ດ່າ​ລາດ”.

    ງານ​ບຸນ​ດັ່ງກ່າວ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ປະມານ 450 ຄົນ. ອ້າຍ ​ເຈີ່ນ​ວັນ​ຟຸກ, ປະຊາຊົນ ຕາ​ແສງ ບິ່ງ​ອານ, ​ເມືອງ ກຣົງ ອານາ ​ໃຫ້​ຮູ້​ວ່າ:

    “ປະຊາຊົນ​ເມືອງ ກຣົງ ອານາ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫຼາຍ. ພໍ່​ແມ່​ປະຊາຊົນ​ທັງ​ໝົດ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ເພື່ອ​ລະດົມກຳລັງ​ໃຈ​ໃຫ້​ບັນດາ​ທີ​ມ​ເຂົ້າ​ຮ່ວມ. ​ເຖິງ​ວ່າ​ອາກາດ​ຮ້ອນ​ເອົ້າ​ກໍ່ຕາມ​ແຕ່​ປະຊາຊົນ​​ໄດ້ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.”

    ຢູ່​ແຂວງ ​ໄຕ​ນີງ, ປະຊາຊົນ​ນັບ​ພັນ​ຄົນ​ທີ່​ມາ​ຈາກ ນະຄອນ ​ໂຮ່ຈີ​ມິນ, ດົ່ງ​ນາຍ, ບີ່​ງ​ເຢືອງ ​ແລະ ບາງ​​ແຂວງ​ທາ​ງທິດຕາ​ເວັນ​ຕົກ​​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ ວັດ​ບ່າ ທີ່​ຕັ້ງ​ຢູ່​​ໂນນ​ພູ​ບ່າ​ແດນ.

    ກ່ອນ​ໜ້ານັ້ນ, ຢູ່​ແຂວງ​ບັກ​ນິງ, ພິທີ​ແຮ່​ກະ​ໂພ​ກ ດົ່ງ​ກິ້ ​ໄດ້​ດຶງ​ດູດ​ປະຊາຊົນ​ທ້ອງ​ຖີ່​ນ ​ແລະ ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສະລາ​ທິດນັບ​ພັນ​ຄົນ​ເຂົ້າ​ຮ່ວມ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ພິທີ​ແຮ່​ປີ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່.

    ​ໃນ​ວັນ​ທີ 5/2, ຢູ່​ຕາ​ແສງ ດ້ອຍ​ເຊີນ, ​ເມືອງ​ຢຸຍຕຽນ, ​ແຂວງ ຮ່າ​ນາມ ​ກໍ່ໄດ້​​ເລີ່​ມການ​ເຄື່ອນ​ໄຫວຕ່າງໆ​ໃນ​ຂອບ​ເຂດ​ງານ​ບຸນ​ລົງໄຮ່​ໄຖ​ນາ, ງານ​ບຸນ​ດັ່ງກ່າວ​ມີ​ຄວາມ​ໝາຍພາວະ​ນາ​ຂໍ​ໃຫ້​ລະດູ​ການ​ໄດ້​ຮັບ​ຜົນ​ດີ. ງານ​ບຸນລົງ​ໄຮ່​ໄຖ​ນາບໍ່​ພຽງ​ແຕ່ມີ​ຄວາມໝາຍ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ ສະ​ແດງ​​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຂອງ​ເຈົ້າ​ຊີວິດ​ເຖິງ​ຊານ​ນາ​ເທົ່າ​ນັ້ນ ຫາກ​ຍັງ​ໂຄສະນາ​ເຜິ​ຍ​ແຜ່, ສຶກສາ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຮູ້​ບຸນຄຸນ​ບັນພະບຸລຸດ, ຕັ້ງໜ້າ​ພັດທະນາ​ການ​ຜະລິດ​ກະ​ສິກຳ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ