ງານບຸນທາດຫຼວງລາວປີ 2013

ງານບຸນທາດຫຼວງລາວປີ 2013 - ảnh 1

 (ພາບ: phatgiaoaluoi.com )

(vovworld)-​​​​ ​ ຕອນ​ບ່າ​ຍວັນ​ທີ 11/11, ຢູ່​ສະໜາມ​ຫຼວງ​ທາດຫຼວງ, ນະຄອນຫຼວງ​ວຽງຈັນ-ລາວ ​ໄດ້​ໄຂ​ງານ​ບຸນທາດຫຼວງ​ດ້ວຍ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ນັບ​ແຕ່​ກ່ອນ​ມາ. ​ໃນ​ລາຍການ​ປີ​ນີ້ ຈະ​ຈັດ​ພິທີ​ແຫ່​ວັງ​ຂີ້ເຜີ້ງຈາກ​ວັດ​ສີ​ເມືອງ, ​ວັດ​ອິນ​ແປງ, ວັດ​ອົງ​ຕື້ ​ໃນ​ວັນ​ທີ 15/11 ​ເຖິງ​ທາດຫຼວງ​ໃນ​ວັນ​ທີ 16/11. ພິທີ​ຕັກບາດ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 17/11 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ພະສົງ​ປະມານ 6000 ອົງ ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ລັດຖະບານ ​ແລະ ຜູ້ຕາງໜ້າ​ບັນດາ​ປະ​ເທດ​ອາ​ຊຽນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນຈະ​ຈັດ​ພິທີ​ແຫ່​ທຽນ​ຢູ່​ສະໜາ​ມຫຼວງ​ທາດຫຼວງ. ຄາດວ່າ, ລາຍການ​ຍິງ​ບັ້ງ​ໄຟ​ດອກ​ແກ່ຍາວ​ໃນ​ເວລາ 30 ນາທີ​ຈະ​ອັດ​ງານ​ບຸນທາດຫຼວງ​ປີ 2013.

  ນອກຈາກ​ນັ້ນ, ​ໃນ​ຂອບ​ເຂດງານ​ບຸນ​ຍັງ​ມີ​ຮ້ານ​ວາງສະ​ແດງສິນຄ້າ 150 ຮ້ານ​ຂອງ​ນະຄອນ​ວຽງ​ຈັນ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ ຊື່​ງ​ແນະນຳ​ບັນດາ​ຜະລິດ​ຕະພັນ​ຕົ້ນຕໍ​ຂອງ​ຕົນ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ນອກຈາກ​ສິນຄ້າ​ຂອງ​ລາວ, ຍັງ​ມີ​ສິນຄ້າ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ ​ແນະນຳ​ຢູ່ງານ​ຕະຫຼາດນັດ​ອີກ​ດ້ວຍ./.

 

ຂ່າວ/ບົດ​ອື່ນ