ງານບຸນປະເພນີOk-Om-Bokໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ

ງານບຸນປະເພນີOk-Om-Bokໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ - ảnh 1
ພ​ິ​ທີໄຫວ້ບູ​ຊາ​ພະ​ຈັນ
(ພາບ: vietnamplus.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 6/11, ທີ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ - ວັດ​ທະ​ນະ​ທຳ ອາວ ບ່າ ອອມ, ແຂວງ ຈ່າວ​ີງ ໄດ​້​ຈັດ​ຕັ້ງ​ງານ​ບຸນ​ປະ​ເພ​ນີ Ok-Om-Bok ຂອງ​ຊາວ​ເຜົ່າ ຂະ​ແມ ແລະ ຕ້ອນ​ຮັບ​ນາມ​ມະ​ຍົດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳບໍ່​ມີ​ຮູ​ບ​ຮ່າງ​ລະ​ດັບ​ຊ​າດ. ທີ່​ພິ​ທີ, ພະ​ອາ​ຈານ ແທກ​ຊອກ​ຊານ, ຮອງ​ປະ​ທານ​ສະ​ພາ​ບໍ​ລິ​ຫ​ານ​ງານ​ສູນ​ກາງ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ຫົວ​ໜ​້າ​ຄ​ະ​ນະ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແຂວງ ຈ່າວ​ີງ ໃຫ້​ຮູ້​ວ່າ: ງານ​ບຸນ Ok-Om-Bok ແມ່​ນ​ພິ​ທີ​ໄຫວ້​ບ​ູຊາ​​ພະ​ຈັນ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 3 ພິ​ທີ​ຕົ້ນ​ຕໍ່​ໃນ​ປີ​ຂອງ​ຊາວ​ເຜົ່າ ຂະ​ແມ ພາກ​ໃຕ້ ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ເພັງ​ເດືອນ 10 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ​ແຕ່​ລະ​ປີ.

        ຕາມ​ທັດ​ສະ​ນະ​ເຫຼືອມ​ໃສ​ຂອງ​ຊາວ​ເຜົ່າ ຂະ​ແມ, ​ພະ​ຈັນ​ແມ່ນ​ເທວະ​ດາ​ຄຸ້ມ​ຄອງ​ສະ​ພາບ​ດິ​ນ​ຟ້າ​ອາ​ກາດ ແລະ ລະ​ດູ​ການ​ຜະ​ລິດ​ໃນ​ປີ. ໃນພິ​ທີ​​ໄຫວ້ບູ​ຊາພະ​ຈັນ, ຊາວເຜົ່າ ຂະ​ແມ​​ພາ​ວະ​ນາ​ຂໍ​ໃຫ້​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ ແລະ ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​​ສະ​ດວກ. ທີ່​ງານ​ບຸນ, ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ​ໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ.



ຂ່າວ/ບົດ​ອື່ນ