ງານ​ບຸນ​ວິ​ສາ​ຂະ​ບູຊາ ພິ​ເສດ ​ແລະ ຄໍາ​ສັ່ງສອນ​ຂອງ​ພະ​ພຸດທະ​ເຈົ້າ ກ່ຽວກັບ​ຄວາມ​ສາມັກຄີ ​ແລະ ຄວາມ​​ເຫັນ​ດີ​ເຫັນ​ພ້ອມໃນ​ສັງຄົມ

(VOVWORLD) -        ວັນທີ 07 ພຶດສະພາ ໄດ້ຈັດວັນບຸນວິສາຂະບູຊາຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ວັດ ກວ໊ານຊື໊ ເຊິ່ງເປັນສໍານັກງານຂອງສູນກາງສະມາຄົມພຸດທະສາສະໜາຫວຽດນາມ. ພິທີກໍາໄດ້ດໍາເນີນໄປດ້ວຍຄວາມເຄັ່ງຂຶມ ແຕ່ກະທັດລັດ ແລະ ໄດ້ຖ່າຍທອດສົດ ເພື່ອໃຫ້ພຸດທະສາສະນິກກະຊົນຮັບຊົມນໍາກັນ.
 ງານ​ບຸນ​ວິ​ສາ​ຂະ​ບູຊາ ພິ​ເສດ ​ແລະ ຄໍາ​ສັ່ງສອນ​ຂອງ​ພະ​ພຸດທະ​ເຈົ້າ ກ່ຽວກັບ​ຄວາມ​ສາມັກຄີ ​ແລະ ຄວາມ​​ເຫັນ​ດີ​ເຫັນ​ພ້ອມໃນ​ສັງຄົມ - ảnh 1ວັນບຸນວິສາຂະບູຊາໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍ, ກະທັດລັດ ແຕ່ຍັງຖືວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແມ່ນບຸລິມະສິດແຖວໜ້າ (ພາບ: TTXVN) 

        ເນື່ອງໃນໂອກາດນີ້, ປະທານສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົ່ງສານຕັກເຕື່ອນພໍ່ແມ່ປະຊາຊົນຊາວພຸດ ກ່ຽວກັບງານບຸນວິສາຂະບູຊາທີ່ພິເສດໃນຮອບປະຫວັດສາດຂອງພຸດທະສາສະໜາຫວຽດນາມກວ່າ 2.000 ປີ - ງານບຸນວິສາຂະບູຊາໃນໄລຍະເກີດໂລກລະບາດ ໂຄວິດ - 19.

        ໃນງານບຸນວິສາຂະບູຊາປີນີ້ ຍັງມີແຜ່ນປ້າຍ, ຄໍາຂວັນ ແລະ ດໍາເນີນພິທີສົງພະດ້ວຍຄວາມເຄັ່ງຂຶມຕາມປະເພນີ, ຕອບສະໜອງຄວາມເຊື່ອຖືສັດທາເຫຼື້ອມໃສ ເຊິ່ງພໍ່ແມ່ປະຊາຊົນຊາວພຸດທຸກຄົນ ຕ່າງກໍມີຄວາມລໍຄອຍໃນທຸກໆປີໃນໂອກາດສະເຫຼີມສະຫຼອງວັນປະສູດພະພຸດທະເຈົ້າ ແຕ່ບໍ່ໄດ້ຈັດພິທີແຫ່ຮູບປັ້ນພະພຸດທະເຈົ້າ ເພື່ອຮັບປະກັນຄວາມຮຽກຮ້ອງໃຫ້ປະຕິບັດການແຍກຫ່າງໃນສັງຄົມ. ສັບປະດາ ວິສາຂະບູຊາ ບໍ່ພຽງແຕ່ແມ່ນໂອກາດເພື່ອສະເຫຼີມສະຫຼອງວັນປະສູດຂອງພະພຸດທະເຈົ້າເທົ່ານັ້ນ ຫາກຍັງແມ່ນສັບປະດາອະທິຖານພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ຂໍໃຫ້ໂລກະລາດສິ້ນສຸດລົງໂດຍໄວ, ອະທິຖານຂໍໃຫ້ປະຊາຊົນມີພະລັງ, ມີຄວາມເຊື່ອໝັ້ນ ເພື່ອຟື້ນຟູການອອກແຮງງານ, ທໍາການຜະລິດ ສ້າງຊີວິດໃຫ້ເປັນປົກກະຕິ. 

ຕອບກັບ

ຂ່າວ/ບົດ​ອື່ນ