ງານບຸນອາຫານການກິນຫວຽດນາມຢູ່ສ.ເຊັກໂກ

ງານບຸນອາຫານການກິນຫວຽດນາມຢູ່ສ.ເຊັກໂກ - ảnh 1
ງານບຸນອາຫານການກິນຫວຽດນາມຢູ່ສ.ເຊັກໂກ
(ພາບ: Vietnam+)


(vovworld) – ວັນ​ທີ 04/09, ຢູ່​ເມືອງ Praha 4, ນະຄອນຫຼວງ​ສ.​ເຊັກ​ໂກ ​ໄດ້​ດຳ​ເນີນ​ງານ​ບຸນ​ວັດທະນະທຳ​ນ້ຳ​ໃຈ​ເພື່ອນ​ມິດ​ບໍ່​ມີ​ພົນ​ແດນ ດ້ວຍ​ຫົວ​ຂໍ້​ວ່າ “ອາຫານ​ການ​ກິນ​ອາ​ຊີ” ​ເນື່ອງ​ໃນ​ໂອກາດ​ປີ​ວັດທະນະທຳ​ຫວຽດນາມ ຢູ່​​ເຊັກ​​ໂກ ​ແລະ ສະ​ເຫ​ຼີມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ງານ​ບຸນ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ຜູ້​ເຂົ້າຊົມ​ເກືອບ 10.000 ​ເທື່ອ​ຄົນ. ທີ່​ງານ​ບຸນ​ຍັງ​ມີ​ບັນດາຮ້ານ​ໂຄສະ​ນາການທ່ອງທ່ຽວ, ​​ແນ​ະນຳ​ບັນດາ​ຜະລິດ​ຕະພັນ​ສິລະ​ປະ​ຫັດ​ຖະກຳ, ການສະ​ແດງ​ສິລະ​ປະ… ​​ໃນ​ນັ້ນ​ຮ້ານ​ວາງສະ​ແດງອາການກາ​ນກິນຫວຽດນາມ ​ໄດ້​ດຶງດູດ​ຜູ້​ເຂົ້າຊົມ​ເປັນ​ຈຳນວນ​ຫຼາຍ.

ຂ່າວ/ບົດ​ອື່ນ