ງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

(VOVWORLD) -ສະມາຄົມຈະສືບຕໍ່ປະຕິບັດບົດບາດຂອງຕົນເປັນຂົວເຊື່ອມຕໍ່, ໜູນຊ່ວຍ, ສົ່ງເສີມໃຫ້ເປັນຢ່າງດີ ເພື່ອແນໃສ່ພັດທະນາ, ເປີດກວ້າງການຮ່ວມມືກັບລາວ.

ງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ - ảnh 1 ທ່ານ ຮີ່ນແກ໊ກມ້າງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ງານພົບປະ

(ພາບ: TTXVN)

ຕອນເຊົ້າວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ. ທ່ານ ຮີ່ນແກ໊ກມ້າງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ຢືນຢັນວ່າ: ສະມາຄົມຈະສືບຕໍ່ປະຕິບັດບົດບາດຂອງຕົນເປັນຂົວເຊື່ອມຕໍ່, ໜູນຊ່ວຍ, ສົ່ງເສີມໃຫ້ເປັນຢ່າງດີ ເພື່ອແນໃສ່ພັດທະນາ, ເປີດກວ້າງການຮ່ວມມືກັບລາວ. ທີ່ພິທີ, ທ່ານ ວັນໄຊ ໄຊເສນາ, ຮອງຫົວໜ້າກົງສູນໃຫຍ່ສປປ.ລາວ ປະຈຳນະຄອນໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບບັນດາຜົນງານຢ່າງຕັ້ງໜ້າໃນບັນດາຂົງເຂດເຊິ່ງປະຊາຊົນລາວ ບັນລຸໄດ້ໃນໄລຍະ 45 ປີຜ່ານມາ, ທ່ານຢືນຢັນວ່າ ບັນດາຜົນງານນັ້ນແມ່ນມີການສະໜັບສະໜູນອັນໃຫຍ່ຫຼວງ, ການຊ່ວຍເຫຼືອອັນລຳຄ່າ, ທັນການຂອງພັກ, ລັດດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ທ່ານ ວັນໄຊ ໄຊເສນາ ຖືວ່າ, ນ້ຳໃຈສາມັກຄີມິດຕະພາບອັນຜ່ອງໃສລະຫວ່າງລາວ - ຫວຽດໂດຍການນຳລຸ້ນຕ່າງໆຂອງ 2 ປະເທດສ້າງຕັ້ງ, ເພິ່ມພູນຄຸນສ້າງ ໄດ້ ແລະ ພວມໄດ້ຮັບຄວາມເຄົາລົບ, ປົກປັກຮັກສາ, ສືບທອດ, ສືບຕໍ່ພັດທະນາຈາກລຸ້ນນີ້ໄປສູ່ລຸ້ນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ