ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ25ປີແຫ່ງການພົວພັນທາງການທູດຫວຽດນາມ-ເບລາຣຸດ

ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ25ປີແຫ່ງການພົວພັນທາງການທູດຫວຽດນາມ-ເບລາຣຸດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກ​ປ່ຽນ

(vovworld) - ວັນ​ທີ 26/2, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ເບ​ລາ​ຣຸດ (ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ) ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ເບ​ລາ​ຣຸດ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກ​ປ່ຽນ, ທ່ານ Vladimir Goshin, ເອກ​ອັກ​ຄະ​ລັດ​ຖະ​ທູດ ເບ​ລາ​ຣຸດ ປະ​ຈຳຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ: 2 ປະ​ເທດ​ຕ້ອງ​ຮ່ວມ​ສຳ​ພັນ​ນຳ​ກັນ​ເພື່ອ​ສຳ​ພັດ ແລະ ເປັນ​ເຈົ້າ​ຕະຫຼາດ​ໂລກ ທີ່ພວມ​ມີ​ການ​ຜ​ັນ​ແປ​​ຢ່າງຕໍ່​ເນື່ອງ, ປະ​ກອບ​ສ່ວ​ນ​ປັ​ບ​ປຸງ​ພື້ນ​ຖານ​ເສດ​ຖະ​ກິດ​ແຕ່​ລະ​ປະ​ເທດ ແລະ ຍົກ​ສ​ູງ​ທີ່​ຕັ້ງ​ບົດ​ບາດ​ແຫ່ງ​ຊາດ​ບົນ​ເວ​ທີ​ສາ​ກົນ. ເບ​ລາ​ຣຸດ ຖື ຫວຽດ​ນາມ ແມ່ນ​ແປ້ນ​ຢັນ​ເພື່ອ​ພັດ​ທະ​ນາ​ຕະຫຼາດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ມຸ່ງ​ໄປ​ເຖິງ​ການ​ພ້ອມ​ກັນ​ຜະ​ລິດ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ຢູ່​ບັນ​ດາ​ປະ​ເທດ​ອ້ອມ​ຂ້າງ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນ​ດາ​ປະ​ເທດນອນ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.


ຂ່າວ/ບົດ​ອື່ນ