ງານພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ ຢູ່ສະຫະປະຊາຊາດ

ງານພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ ຢູ່ສະຫະປະຊາຊາດ - ảnh 1

(ພາບປະກອບ)​

( vovworld ) –  ຕອນ​ບ່າຍ​ວັນ​ທີ 1/7, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ລາວ ​ຄົບຮອບ 50 ປີ, ທີ່​ສຳນັກງານຄະນະ​ຜູ້ຕາງໜ້າ​ລາວ ​ປະຈຳ​ສປຊ, ​ໄດ້​ຈັດງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ຫວຽດນາມ-​ລາວ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ພະນັກງານ​ການ​ທູດ​ສອງ​ປະ​ເທດ​ທີ່​ພວມ​ປະຕິບັດ​ງານ​ຢູ່ ສປຊ ​ແລະ ພະນັກງານ ພາລະ​ກອນ​ສອງ​ປະ​ເທດ​ພວມ​ປະຕິບັດ​ງານ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ນີວຢອກ ປະ​ເທດ​ອາ​ເມ​ລິ​ກາ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ ສະ​ເຫຼີ​ມ​ໄຊ ​ກົມມະ​ສິດ, ເອກ​ອັກຄະ​ລັດຖະທູດ, ຫົວໜ້າຄະນະ​ຜູ້ຕາງໜ້າ​ລາວ ​ປະຈຳ​ສປຊ ​ແລະ ທ່ານ ​ເລ​ຮ່ວາ​ຍຈູງ, ເອກ​ອັກຄະ​ລັດຖະທູດ, ຫົວໜ້າຄະນະ​ຜູ້ຕາງໜ້າ​ຫວຽດນາມ ​ປະຈຳ​ສປຊ ​ໄດ້​ຍ້ອງຍໍ​ສັນ​ລະ​ເສີນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ສອງ​ລັດ, ສອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-ລາວ ​ໃນ​ຕະຫຼອດ 50 ປີຜ່ານມາ ​ແລະ ຢັ້ງຢືນສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ນີ້​ ຈະ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ສືບ​ຕໍ່​ພັດທະນາ​ຢ່າງຮອບດ້ານ ​ແລະ ໝັ້ນຄົງ​ໜັກ​ແໜ້ນ​ໃນ​ອະນາຄົດ.

 

 

 


ຂ່າວ/ບົດ​ອື່ນ