ງານພົບປະແລກປ່ຽນມິດຕະພາບເປັນມູນເຊື້ອ“ນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ”

ງານພົບປະແລກປ່ຽນມິດຕະພາບເປັນມູນເຊື້ອ“ນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ” - ảnh 1
ງານພົບ​ປະ​ແລກປ່ຽນ​ມິດຕະພາບທີ່​​​ເປັນ​ມູນ​ເຊື້ອ
“ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ”
(ພາບ: phamkien/vietnam+)


(vovworld) – ງານພົບ​ປະ​ແລກປ່ຽນ​ມິດຕະພາບທີ່​​​ເປັນ​ມູນ​ເຊື້ອ “ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ” ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 25 – 29/7, ງານ​ພົບ​ປະ​ແລກປ່ຽນ​ໂດຍ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ຄະນະພົວພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ ສົມ​ທົບ​ກັບ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​​ແຂວງ ຄຳ​ມ່ວນ ​ແລະ ​ແຂວງ ​ເຫງະອານ ຈັດ​ຕັ້ງ. ງານ​ພົບ​ປະແລກປ່ຽນ​ໄດ້​ຊ່ວຍ​ໃຫ້​ພະນັກງານ​ຂອງ 2 ຄະນະ, ກໍ​ຄື​ພະນັກງານ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ຄຳ​ມ່ວນ ​ແລະ ​ເຫ​ງະ​ອານ ນັບ​ມື້​ນັບ​ສະໜິດ​ຕິດ​ພັນ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນນຳ​ກັນ, ມີ​ປະສິດ​ທິຜົນ​ໃນ​​ການ​ເຄື່ອນ​ໄຫວຕ່າງໆ, ປະກອບສ່ວນ​ເຮັດ​ໃຫ້​ນ້ຳ​ໃຈ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ນັບ​ມື້​ນັບເລິກ​ເຊິ່ງກ່ວາ​ອີດ.

           ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຂອງ 2 ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ 2 ພັກ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ທອງລູນສີ​ສຸ​ລິດ ແລະ ທ່ານຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຫວຽດນາມ ຮ່ວາງ​ບິ່ງ​ກວນ ນຳ​ໜ້າ, ມາຖະຫວາຍ​ດອກ​ໄມ້, ທູບ​ທຽນອາ​ໄລ​ຫາປະທານປະ​ເທດ ​ໂຮ່ຈີ​ມິນ ຢູ່​ເຂດ​ອະນຸ​ສະຖານ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ ​ໄກສອນ​ພົນ​ວິຫານ ຢູ່​ແຂວງ ຄຳ​ມ່ວນ; ອະນຸສາວະລີປະທານ​​ ໂຮ່ຈີ​ມິນ ຢູ່ ​ເຫ​ງະ​ອານ; ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ​ຂອງປະທານ​​ ໂຮ່ຈີ​ມິນ ຢູ່ ບ້ານ​ແຊນ ​ແລະ ບ້ານ ຮ່ວາງ​ຈູ, ກີ​ມລຽນ, ​ເມືອງ​ ນາມດ່ານ (​ເຫ​ງະ​ອານ); ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ຕອບ​ບຸນ​ແທນ​ຄຸນ​ບາງ​ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກ​ຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ແຂວງ​ຄຳ​ມ່ວນ ​ແລະ ​ເຫງະອານ.

 

 

ຂ່າວ/ບົດ​ອື່ນ