ງານພົບປະແລກປ່ຽນສີລະປະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ

ງານພົບປະແລກປ່ຽນສີລະປະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ - ảnh 1
ງານ​ພົບ​ປະ​ແລກປ່ຽນ​ສີ​ລະ​ປະຮ່າ​ໂນ້ຍ - ດ້ຽນບຽນຝູທາງ​ອາກາດ
(ພາບ: TTXVN)

(vovworld) -     ຕອນ​ຄໍ່າວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ສີ​ລະ​ປະຮ່າ​ໂນ້ຍ - ດ້ຽນບຽນຝູທາງ​ອາກາດ. ລາຍການ​ໂດຍ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ສົມ​ທັບ​ກັບໂທລະພາບ​​ແຫ່ງ​ຊາດຫວຽດນາມ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ພົນ​ຈັດຕະວາ ຫງວຽນ​ວັນ​ແທງ, ​​ເລຂາ​ຄະນະ​ພັກ, ກຳມະການ​ການ​ເມືອງເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ, ຊີ້​ແຈ້ງວ່າ.

        “​ເນ​ື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນໄຊຊະນະ​ດ້ຽນບຽນ​ຝູ ທາງ​ອາກາດ, ທະຫານເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ຂໍສະ​ແດງ​ຄວາມ​ຮູ​້ບຸນຄຸນຢ່າງ​ເລິກ​ເຊິ່ງຕໍ່​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ນານ​ຟ້າ​ຂອງ​​ປະ​ເທດຊາດ, ​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ, ຮູ້​ບຸນ​ຄຸນ​ບັນດາ​ລຸ້ນພໍ່, ລຸ້ນອ້າຍ ທີ່​​ໄດ້ສ້າງ​ເປັນ​ປະຫວັດສາດ​ຫວຽດນາມ​ ວິລະ​ຊົນ, ບັນດາ​ນັກ​ປະພັນ, ນັກ​ຮ້ອງ, ນັກສະ​ແດງ, ນັກຮົບ​ໄດ້​ຍ້ອງຍໍ​ສັນລະ​ເສີນບັນດາ​ຜົນ​ງານ​ຂອງ​ທະຫານ ​ແລະ ປະຊາ​​ຊົນ​ຫວຽດນາມ ​ເຊິ່ງ​ໄດ້​ລະດົມ​ກຳລັງ​ໃຈ​​ໃຫ້​ແກ່ທະຫານເຫຼົ່າ​ທັບ​ປ້ອງ​ກັນ​ອາກາດສ້າງ​​ເປັນໄຊຊະນະຮ່າ​ໂນ້ຍ - ດ້ຽນບຽນຝູທາງ​ອາກາດອັນ​ສະຫງ່າ​ລາສີ”.


ຂ່າວ/ບົດ​ອື່ນ