ງານມະຫາກຳ “ນາຍຊ່າງໜຸ່ມເກັ່ງ” ທົ່ວປະເທດປີ 2012

ງານມະຫາກຳ “ນາຍຊ່າງໜຸ່ມເກັ່ງ” ທົ່ວປະເທດປີ 2012 - ảnh 1
ພາບປະກອບ

(vovworld) - ງານ​ມະຫາ​ກຳ “ນາຍ​ຊ່າງ​ໜຸ່ມ​ເກັ່ງ” ທົ່ວ​ປະ​ເທດ​ຄັ້ງ​ທີ 3 ປີ 2012 ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 29/4 ຢູ່​ນະຄອນ ​ເກີນ​ເທີ. ທີ່​ງານ​ມະຫາ​ກຳ, ຄະນະ​ຈັດ​ຕັ້ງ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ແບບຢ່າງ​ນາຍ​ຊ່າງ​ໜຸ່ມເກັ່ງ 81 ຄົນ ທີ່​ມາ​ຈາກ 44 ​ແຂວງ, ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ໃນ​ທົ່ວ​ປະ​ເທດ. ບັນດາ​ແບບ​ຢ່າງ​ໜຸ່ມ​ທີ່ໄດ້​ຮັບ​ການ​ເຊີດ​ຊູ, ສັນ​ລະ​ເສີນ​​ໃນ​ຄັ້ງ​ນີ້ ​ແມ່ນ​ບັນດາ​ນາຍ​ຊ່າງ​ໜຸ່ມ​ເກ່ັງ, ມີ​ຜົນງານ​​ໃນການ​ອອກ​ແຮງ​ງານ​ທີ່​ດີ​ເດັ່ນ, ມີ​ບັນດາ​ຫົວ​ເລື່ອງ, ຄວາມ​ນຶກ​ຄິດ, ຫວຄິດ​ປະດິດ​ສ້າງ ຖື​ກ​ນຳ​ໃຊ້​ໃນ​ການ​ຜະລິດ, ການ​ຮ່ຳຮຽນ. ທ່ານນາງ Nguyen Thi Hang, ປະທານ​ສະທາ​ຄົມ​ສອນ​ວິຊາ​ຊີບຫວຽດນາມ ຖື​ວ່າ:

“​ເຮັດ​ຫຍັງ​ເພື່ອ​ສ້າງ​​ໃຫ້​ມີຜະລິດ​ຕະພັນ​ໃໝ່, ສ້າງ​ຊີວິ​ດ​ໃຫ້​ດີ​ຂຶ້ນ​ກໍ່​ລ້ວນ​ແຕ່ກໍ​ແມ່ນ​ຄວາມ​​ແສນຫງ່າ​, ດັ່ງ​ນັ້ນ, ບັ້ນ​ຂົນ​ຂວາ​ຍນີ້​ແມ່ນຂອງ​ທົ່ວ​ປວງ​ຊົນ ​ແລະ ຄະນະ​ຊາວ​ໜຸ່ມ​ຕ້ອງ​ປະຈັນບານ​ນຳ​ໜ້າ. ດັ່ງ​ນັ້ນ, ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ງານຫຼາຍ​ຢ່າງ ​ເຊິ່ງຄະນະ​ຊາວ​ໜຸ່ມ ​ໄດ້​​ເລີ່​ມດຳ​ເນີນ​ບັນຫາ​ຕົ້ນຕໍ​ຂອງ​ໄວ​ໜຸ່ມ​ນັ້ນ​ແມ່ນ​ວິຊາ​ຊີບ”

ຂ່າວ/ບົດ​ອື່ນ