ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 08 ສິງ​ຫາ

(VOVWORLD) -ງານມະຫາກຳກິລາ Olympic Tokyo 2020 ໄດ້ອັດລົງໃນວັນທີ 8 ສິງຫາ ດ້ວຍຫົວຂໍ້ “Worlds We Share” (ໂລກທີ່ພວກເຮົາແບ່ງປັນ) ຢູ່ສະໜາມກິລາແຫ່ງຊາດ ຢູ່ນະຄອນຫຼວງໂຕກຽວ (ຍີ່ປຸ່ນ). ທ່ານ Thomas Bach ປະທານ IOC ໄດ້ຖະແຫຼງວ່າ Olympic Tokyo 2020 ແມ່ນງານມະຫາກຳກິລາທີ່ປະສົບຜົນສຳເລັດຢ່າງຈົບງາມ.
ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 08 ສິງ​ຫາ - ảnh 1Olympic Tokyo 2020 ແມ່ນງານມະຫາກຳກິລາທີ່ປະສົບຜົນສຳເລັດຢ່າງຈົບງາມ (ພາບ: AFP)

ວັນທີ 8 ສິງຫາ ໄດ້ດຳເນີນພິທີອັດງານມະຫາກຳກິລາ Olympic Tokyo 2020 ດ້ວຍຫົວຂໍ້ “Worlds We Share” (ໂລກທີ່ພວກເຮົາແບ່ງປັນ) ຢູ່ສະໜາມກິລາແຫ່ງຊາດ ຢູ່ນະຄອນຫຼວງໂຕກຽວ (ຍີ່ປຸ່ນ). ທ່ານ Thomas Bach ປະທານ IOC ໄດ້ຖະແຫຼງວ່າ Olympic Tokyo 2020 ແມ່ນງານມະຫາກຳກິລາທີ່ປະສົບຜົນສຳເລັດຢ່າງຈົບງາມ.

ພາຍຫຼັງແຂ່ງຂັນກັນມາເປັນເວລາ 16 ວັນ, ມີ 339 ຫຼຽນ ລາງວັນໄດ້ມອບໃຫ້ນັກກິລາທີ່ເຂົ້າຮ່ວມງານແຂ່ງຂັນໃນ 33 ປະເພດກິລາ. ນີ້ແມ່ນຄັ້ງທຳອິດທີ່ງານມະຫາກຳກິລາຈັດງານແຂ່ງຂັນກິລາຫຼາຍປະເພດທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ຄະນະນັກກິລາ ອາເມລິກາ ຍາດໄດ້ທັງໝົດ 113 ຫຼຽນລາງວັນ, ໃນນັ້ນ ມີຫຼຽນຄຳ 39 ຫຼຽນ, ສືບຕໍ່ຢືນອັນດັບໜຶ່ງໃນໂລກ. ຈີນ ຢືນອັນດັບທີ 2 ດ້ວຍຈຳນວນຫຼຽນຄຳ 38 ຫຼຽນ, ຫຼຽນເງິນ 32 ຫຼຽນ ແລະ ຫຼຽນທອງ 18 ຫຼຽນ ແລະ ຢືນອັນດັບທີ 3 ແມ່ນ ຍີ່ປຸ່ນ ເມື່ອຍາດໄດ້ທັງໝົດ 58 ຫຼຽນ, ໃນນັ້ນ ມີ ຫຼຽນຄຳ 27 ຫຼຽນ.

ສິ້ນສຸດພິທີອັດ, ຜູ້ວ່າການ ໂຕກຽວ Yuriko Koike ໄດ້ມອບທຸງ Olympic ໃຫ້ແກ່ທ່ານນາງ Anne Hidalgo, ເຈົ້າຄອງນະຄອນ ປາຣີ (ຝລັ່ງ) - ເຈົ້າພາບຈັດຕັ້ງງານມະຫາກຳກິລາລະດູແລ້ງ Olympic 2024.


 

ຕອບກັບ

ຂ່າວ/ບົດ​ອື່ນ