ງານມະຫາກຳກິລາ ອາຊຽນ 2017 ຢູ່ ໂຮນລັງ

(VOVWORLD) - ວັນທີ 1 ກໍລະກົດ, ຢູ່ນະຄອນ Amsterdam, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ໂງທິຮ່ວາ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ I Gusti Agung Wesaka Puja ແລະ ທ່ານເອກອັກຄະລັດຖະທູດ ມາເລເຊຍ Dato’ Ahmad Nazri Yusof, ພ້ອມກັບຜູ້ຕາງໜ້າບັນດາສະຖານທູດ ອາຊຽນ ປະຈຳ ໂຮນລັງ ໄດ້ເຂົ້າຮ່ວມພິທີໄຂງານມະຫາກຳກິລາ ອາຊຽນຄັ້ງທີ 1 ຢູ່ ໂຮນລັງ. 
 
ງານມະຫາກຳກິລາ ອາຊຽນ 2017 ຢູ່ ໂຮນລັງ - ảnh 1ພິທີໄຂງານມະຫາກຳກິລາ ອາຊຽນ 

ເຫດການໂດຍສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໂຮນລັງ ສົມທົບກັບສະມາຄົມນັກສຶກສາບັນດາປະເທດ ອາຊຽນ ຢູ່ ໂຮງລັງ ເປັນເຈົ້າພາບຈັດຕັ້ງ, ພາຍໃຕ້ການອຸປະຖຳຂອງສະຖານທູດ ຫວຽດນາມ ແລະ ສະຖານທູດ ບັນດາປະເທດ ອາຊຽນ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໂງທິຮ່ວາ ໄດ້ເນັ້ນໜັກວ່າ: ນີ້ແມ່ນການເຄື່ອນໄຫວແທດຈິງ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ຊ່ວຍເພີ່ມທະວີຄວາມສະໜິດຕິດພັນພາຍໃນກຸ່ມ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ພັວພັນແລກປ່ຽນນັກສຶກສາບັນດາປະເທດ ອາຊຽນ. ທ່ານນາງ ໂງທິຮ່ວາ ຕີລາຄາສູງສະມາຄົມນັກສຶກສາ ຫວຽດນາມ ຢູ່ ໂຮນລັງ ທີ່ໄດ້ຈັດຕັ້ງເຫດການກິລາທີ່ເຕົ້າໂຮມນັກສຶກສາບັນດາປະເທດ ອາຊຽນ ຈາກທຸກແຖບຖິ່ນຂອງປະເທດ ໂຮນລັງ ເປັນຈຳນວນຫຼວງຫຼາຍ.

        ວັນທີ 1 ກໍລະກົດ ເປັນວັນແຂ່ງຂັນທາງການ, ພິທີມອບຫຼຽນ ແລະ ອັດງານມະຫາກຳຈັດຕັ້ງໃນວັນດຽວກັນ. ໃນໄລຍະຈັດງານມະຫາກຳ, ແຂກເຂົ້າຮ່ວມ ແລະ ນັກກິລາ ຍັງໄດ້ຮັບປະທານອາຫານຂອງ ຫວຽດນາມ ຢູ່ບັນດາຮ້າຍວາງສະແດງອາຫານການກິນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ