ງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 19

(VOVWORLD) - ວັນທີ 17 ທັນວາ, ຄະນະນັກກິລານັກສຶກສາ ຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 1 ຫຼຽນທີ່ງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 19 ໃນວັນແຂ່ງຂັນທຳອິດ ໃນປະເພດມວຍ karate. 
ງານມະຫາກຳກິລານັກສຶກສາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 19 - ảnh 1(ພາບປະກອບ) 

ໃນວັນແຂ່ງຂັນທຳອິດ, ບັນດານັກກິລາ karate ແຂ່ງຂັນປະເພດຕີກູມິເຕ້ດ່ຽວນ້ຳໜັກ 55 ກິໂລກຼາມ ແລະ 61 ກິໂລກຼາມ. ນາງ ເລທິທູຖາວ - ນັກສຶກສາມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ 2 ຄວ້າໄດ້ຫຼຽນຄຳ 1 ຫຼຽນ.

        ໃນຂະນະນັ້ນ, ຢູ່ປະເພດມວຍ Vovinam, ບັນດານັກກິລາຄວ້າໄດ້ຫຼຽນເງິນ 2 ຫຼຽນ. ເປັນອັນວ່າ, ໄລ່ຮອດວັນທີ 17 ທັນວາ, ຄະນະນັກກິລານັກສຶກສາ ຫວຽດນາມ ຄວ້າໄດ້ທັງໝົດ 26 ຫຼຽນ ໃນນັ້ນມີຫຼຽນຄຳ 14 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ