ງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018

(VOVWORLD) -ຕອນຄ່ຳວັນທີ 14 ກໍລະກົດ, ຢູ່ນະຄອນທ໋າຍງວຽນ, ຄະນະກຳມະການປະຊາຊົນນະຄອນທ໋າຍງວຽນ ໄດ້ຈັດພິທີໄຂງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018 ດ້ວຍຫົວຂໍ້ວ່າ “ວ່າວແຫ່ງຄວາມໄຝ່ຝັນ” ໂດຍມີການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ ແລະ ເຍົາວະຊົນກວ່າ 1.000 ຄົນ.

ງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018 - ảnh 1 ງານມະໂຫລານສະແດງສິລະປະເຍົາວະຊົນທາງພາກເໜືອປີ 2018

(ພາບ: baothainguyen.org.vn)

 ງານມະໂຫລານປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍແຂວງ, ນະຄອນທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ງານມະໂຫລານສະແດງສິລະປະເຍົາວະຊົນແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີ ແລະ ແມ່ນວັນບຸນໃຫຍ່ຂອງເຍົາວະຊົນບັນດາແຂວງທາງພາກເໜືອ, ເຊິ່ງແມ່ນບ່ອນເພື່ອໃຫ້ພວກນ້ອງສະແດງຄວາມສາມາດຂອງຕົນໃນຂົງເຂດສິລະປະ, ພ້ອມທັງເຊີດຊູ, ຍ້ອງຍໍ ແລະ ສົ່ງເສີມພອນສະຫວັນໃນດ້ານສິລະປະຂອງບັນດາພວກເດັກເຍົາວະຊົນ. ງານມະໂຫລານດັ່ງກ່າວຖືກດຳເນີນໃນແຕ່ວັນທີ 14 – 15 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ