ງານລາຕີ “ລົມຫາຍໃຈ” ທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈມິດຕະພາບຫວຽດນາມ - ອິນເດຍ

ງານລາຕີ “ລົມຫາຍໃຈ” ທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈມິດຕະພາບຫວຽດນາມ - ອິນເດຍ - ảnh 1
ວົງ​ດົນຕີ Shwaas
(ພາບ: tienphong.vn)

(vovworld) - ຕອນ​ຄຳ່​ວັນ​ທີ 7/1, ຢູ່ ຮ່າ​ໂນ້ຍ, ສະຖານທູດ ອິນ​ເດຍ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ: ວົງ​ດົນຕີ Shwaas ​ແລະ ​ດົນຕີ ກຼາດ​ຊິກ ອິນ​ເດຍ ສົມທັບ​ກັບດົນ​ຕີ Jazz ​ແລະ Blues. ການສະ​ແດງຂອງວົງ​ດົນຕີ Shwaas ​​​ໂດຍ​ແມ່ນ​ສະພາ​​ແລກປ່ຽນ​ວັດທະນະທຳ ອິນ​ເດຍ, ລັດຖະບານ ອິນ​ເດຍ ອຸປະຖຳ. ທ່ານ Ranjit Rae, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ອິນ​ເດຍ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ການ​ຮ່ວມ​ມື​​ແລກປ່ຽນ​ວັດທະນະທຳ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, 5 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ຍາດ​ຫວຽດນາມ - ອິນ​ເດຍ ​ແລະ 20 ປີ​ແຫ່ງ​ວັນ​ສ້າງຕັ້ງ​ການພົວພັນ​ຄູ່​​ເຈລະຈາ ອາ​ຊຽນ - ອິນ​ເດຍ. ດ້ວຍລາຍ​ການສະ​ແດງ​ສິລະ​ປະ​ທີ່​ມີ​ຊື່ວ່າ: ວົງ​ດົນຕີ Shwaas ​ ສົມທົບ​ກັບ​ດົນຕີ ກຼາດ​ຊິກ ອິນ​ເດຍ ​ກັບ​ດົນຕີ Jazz ​ແລະ Blues, ວົງ​ດົນຕີ  Shwaas ​ ​ໄດ້​ນຳ​ມາ​ເຊິ່ງບັນຍາກາດ​​ມ່ວນ​ຊື່ນ, ​ເຕັມ​ໄປ​ດ້ວຍ​ພະລັງ​​ໃຫ້​ແກ່​ຜູ້​ຊົມ​. ກ່ອນ​ໜ້າ​ນັ້ນ, ວົງ​ດົນຕີ Shwaas ​ ​ໄດ​ສະ​ແດງ​ຢູ່​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາ ດ່າ​ໜັງ ​ໃນ​ວັນ​ທີ 2/1/2013. ຕອນ​ຄຳ່​ວັນ​ທີ 8/1, ວົງ​ດົນຕີ Shwaas ​ ຈະ​ສືບ​ຕໍ່​ສະ​ແດງ​ສິລະ​ປະ ​ແລະ ພົບ​ປະ​ແລກປ່ຽນ​ສິລະ​ປະ​ກັບ​ນັກ​ສຶກສາ ມະຫາວິທະຍາ​ໄລ​ຄົມມະ​ນາ​ຄົມ - ຂົນ​ສົ່ງ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ